ທ່ານເອກອັກຄະລັດຖະທູດ Chay Navuth ເລີ່ມປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ໃນສະພາບ “ພິເສດທີ່ສຸດ”, ນັ້ນແມ່ນໄລຍະບໍ່ພຽງແຕ່ຫວຽດນາມ ແລະກໍາປູເຈຍ ເທົ່ານັ້ນ ຫາກຍັງທົ່ວໂລກລ້ວນແຕ່ຕ້ອງຮັບມືກັບພະຍາດໂຄວິດ-19. ໃນສະພາບອັນຫຍຸ້ງຍາກນັ້ນ, ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຮອບດ້ານ, ຍາວນານ ຫວຽດນາມ-ກໍາປູເຈຍ ໃນຕະຫຼອດຊຸມປີຜ່ານມາຍິ່ງພົ້ນເດັ່ນກວ່າອີກ. ຕາມທ່ານເອກອັກຄະລັດຖະທູດ Chay Navuth ແລ້ວ, ຫວຽດນາມ ແລະກໍາປູເຈຍ ຍາມໃດກໍ່ໃຫ້ການໜູນຊ່ວຍກັນທັງດ້ານຈິດໃຈ ແລະວັດຖຸ, ມາຮອດປະຈຸບັນ, ສອງຝ່າຍສາມາດຄວບຄຸມພະຍາດໂຄວິດ-19 ໄດ້. “ເນື່ອງໃນໂອກາດນີ້, ຂ້າພະເຈົ້າຢາກເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ເຊິ່ງກັນແລະກັນ ແລະຄວາມສາມັກຄີລະຫວ່າງສາມປະເທດອິນດູຈີນແມ່ນ: ກໍາປູເຈຍ, ລາວ ແລະຫວຽດນາມ. ມູນເຊື້ອນັ້ນແມ່ນເລີ່ມມາຈາກອະດີດຕະການເຖິງປະຈຸບັນ ແລະຂ້າພະເຈົ້າເຊື່ອໝັ້ນວ່າການພົວພັນນັ້ນຍັງຈະສືບຕໍ່ໃນອະນາຄົດ".

leftcenterrightdel
ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ. ພາບ: ຮົ່ງຫງວຽນ

ທ່ານເອກອັກຄະລັດຖະທູດ Chay Navuth ແບ່ງປັນວ່າ, ຜ່ານການພົບປະ, ເຮັດວຽກກັບຊາວຫວຽດນາມ ໃນຊຸມປີຜ່ານມາ ເພິ່ນໄດ້ເຂົ້າໃຈຕື່ມກ່ຽວກັບຮູບພາບປະເທດຫວຽດນາມ ດ້ວຍມູນເຊື້ອດຸໝັ່ນ, ສະຫຼາດສະຫຼຽວ, ມີຫົວຄິດປະດິດສ້າງ, ກ້າເຮັດກ້າທຳ. ເຂົາເຈົ້າແມ່ນບັນດາຜູ້ຮ່ວມອາຊີບຢູ່ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ, ກະຊວງ, ຂະແໜງຕ່າງໆ ພ້ອມກັບບັນດາພາລະກອນຊາວຫວຽດນາມ ຢູ່ສະຖານທູດ. ພວກເຂົາຍາມໃດກໍ່ໜູນຊ່ວຍ, ຊ່ວຍເຫຼືອ, ສົ່ງເສີມເພິ່ນຫຼາຍທີ່ສຸດ. “ຖ້າບໍ່ມີພວກເຂົາ, ຂ້າພະເຈົ້າບໍ່ສາມາດປະຕິບັດສໍາເລັດໜ້າທີ່ໄດ້”.

leftcenterrightdel
ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ທີ່ພິທີມອບ-ຮັບ ວັດຖຸ, ອຸປະກອນການແພດ ຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະປະຊາຊົນກໍາປູເຈຍ ເພື່ອຮັບມືກັບພະຍາດໂຄວິດ-19, ໃນວັນທີ 20 ພຶດສະພາ ປີ 2021. ພາບ: ດວ່ານກາ.

ນັ້ນແມ່ນຄວາມປະທັບໃຈຕໍ່ຊາວຫວຽດນາມ ໃນປະຈຸບັນ. ສ່ວນໃນອະດີດຕະການ, ນັ້ນແມ່ນຮູບພາບ “ໃບໜ້າເປັນມິດສະໜິດສະໜົມ” ຂອງທະຫານອາສາສະໝັກຫວຽດນາມ, ຖ້າບໍ່ມີເຂົາເຈົ້າ, “ປະຊາຊົນກໍາປູເຈຍ, ໃນນັ້ນມີຂ້າພະເຈົ້າ, ບໍ່ອາດລອດຕາຍໄດ້”, ທ່ານເອກອັກຄະລັດຖະທູດ Chay Navuth ຢັ້ງຢືນຄືດັ່ງກ່າວ. ທ່ານ Chay Navuth ບໍ່ອາດຫຼົງລືມຮູບພາບທະຫານອາສາສະໝັກຫວຽດນາມ ທີ່ຕັ້ງທັບຢູ່ຕໍ່ໜ້າເຮືອນຂອງຄອບຄົວເພິ່ນທີ່ Phnom Penh ກ່ອນນີ້ຫຼາຍສິບປີໄດ້. ດ້ວຍຈິດໃຈຕື່ນຕົວ, ບໍ່ຫົວຊາຕໍ່ຝົນຕົກແດດຮ້ອນ, ໜາວຈັດ, ຮຸ່ງເຊົ້າມື້ໃດທະຫານອາສາສະໝັກຫວຽດນາມ ກໍ່ຝຶກແອບຫັດກາຍ. ສິ່ງດັ່ງກ່າວໄດ້ຝັງເລິກໃນຈິດໃຈ, ສ້າງເປັນຄວາມຊິນເຄີຍຫັດກາຍໃນຍາມເຊົ້າແຕ່ລະວັນ ໃຫ້ທ່ານເອກອັກຄະລັດຖະທູດ Chay Navuth ຈົນຮອດປະຈຸບັນ.

ເກືອບ 3 ປີທີ່ເປັນເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ, ທ່ານ Chay Navuth ໄດ້ມີໂອກາດຕ້ອນຮັບບຸນເຕັດຢູ່ປະເທດຫວຽດນາມ ຜ່ານນັ້ນຊ່ວຍໃຫ້ເພິ່ນຮູ້ສຶກໄດ້ຄວາມໝາຍ, ຄວາມງາມຂອງບຸນປີໃໝ່ປະຈໍາຊາດຫວຽດນາມ: ການເຕົ້າໂຮມສະມາຊິກໃນຄອບຄົວ. “ຊາວຫວຽດນາມ ເຖິງວ່າຈະຢູ່ໃກ້ ຫຼືຢູ່ໄກຈາກບ້ານເກີດເມືອງນອນເທົ່າໃດ ກໍ່ລ້ວນແຕ່ພະຍາຍາມກັບເມືອເຕົ້າໂຮມພ້ອມກັບຄອບຄົວໃນໂອກາດບຸນເຕັດ. ເຖິງວ່າຈະຢູ່ໃສເຂົາເຈົ້າກໍ່ຄິດຮອດຄອບຄົວ. ສິ່ງນັ້ນມີຄວາມໝາຍພິເສດທີ່ສຸດ. ຂ້າພະເຈົ້າກໍ່ຮັບຮູ້ໄດ້ວ່າການດໍາລົງຊີວິດຂອງຊາວຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຢາກສະແດງຄວາມນິຍົມຕໍ່ພັກກອມມູນິດຫວຽດນາມ ກໍ່ຄືບັນດາພໍ່ແມ່ຫວຽດນາມ ທີ່ໄດ້ລ້ຽງດູ, ຫຼໍ່ຫຼອມ, ສຶກສາກໍ່ສ້າງພົນລະເມືອງດີເດັ່ນຫຼາຍຮຸ່ນຄົນໃຫ້ປະເທດ”.

ໃນບັນຍາກາດລະດູບານໃໝ່ວຽນມາຢູ່ທົ່ວທຸກແຖບຖິ່ນຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດ Chay Navuth ໄດ້ສົ່ງຄໍາອວຍພອນດ້ວຍພາສາຫວຽດນາມ ຢ່າງຈະແຈ້ງວ່າ: “ຂ້າພະເຈົ້າຂໍອວຍພອນການນໍາພັກ, ລັດ ແລະປະຊາຊົນຫວຽດນາມ ມີສຸຂະພາບເຂັ້ມແຂງ, ຢູ່ດີມີແຮງ, ຈະເລີນຮັ່ງມີ, ໄດ້ຮັບທຸກສິ່ງທຸກຢ່າງດັ່ງຄວາມຫວັງ”.

ໂດຍ: ຈາງຫງວຽນ