ພັກປະຊາທິປະໄຕສັງຄົມເຢຍລະມັນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນສອງປະເທດຫວຽດນາມ-ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນຊຸມປີຂອງໄລຍະປ່ຽນແປງໃໝ່ຢູ່ຫວຽດນາມ ແລະໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງພັກໄດ້ປະກອບສ່ວນຮັກສາຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະເຢຍລະມັນ ຜ່ານຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນແທດຈິງ ແລະມີປະສິດທິຜົນ ຄືບັນດາກົນໄກແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ໂດຍສະເພາະແມ່ນກົນໄກປຶກສາຫາລືທິດສະດີເພື່ອມຸ່ງໄປເຖິງການ “ພັດທະນາແບບຍືນຍົງ”.

leftcenterrightdel
ບັນຍາກາດທີ່ການພົບປະແລກປ່ຽນທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈູງ ແຈ້ງໃຫ້ຊາບກ່ຽວກັບແນວທາງພັດທະນາເສດຖະກິດ-ສັງຄົມ, ສ້າງລະບົບການເມືອງ ແລະແນວທາງການທູດຂອງຫວຽດນາມ; ແບ່ງປັນບົດຮຽນຂອງຫວຽດນາມ ໃນການປະຕິບັດນະໂຍບາຍ “ຮັບມືປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ” ເພື່ອຮັບປະກັນເປົ້າໝາຍຄວບຄູ່ແຕ່ຕ້ອງຖືເອົາສຸຂະພາບ, ຊີວິດຂອງປະຊາຊົນຢູ່ເໜືອກວ່າສິ່ງໃດໝົດ; ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ດໍາເນີນທຸລະກິດ, ສ້າງສະພາບແວດລ້ອມທີ່ສະດວກ, ຂຸດຄົ້ນຄວາມສາມາດບົ່ມຊ້ອນເພື່ອເພີ່ມທະວີການຮ່ວມມືກັບເຢຍລະມັນ-ຄູ່ຮ່ວມມື ເຊິ່ງຫວຽດນາມ ຖືເປັນສໍາຄັນທີ່ສຸດຢູ່ສະຫະພາບເອີລົບ.

ທີ່ການພົບປະແລກປ່ຽນທາງໄກຄັ້ງນີ້, ສອງພັກກໍ່ປຶກສາຫາລືມາດຕະການເພື່ອຮັກສາ ແລະຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງພັກ, ສອງລັດ, ປະກອບສ່ວນຢ່າງຕັ້ງໜ້າ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ເລິກເຊິ່ງກວ່າ.

ສອງຝ່າຍເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມເພື່ອສາມາດດໍາເນີນການປຶກສາຫາລືທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2022 ໂດຍໄວ; ເນັ້ນໜັກວ່າການປຶກສາຫາລືທິດສະດີແມ່ນກົນໄກສໍາຄັນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ ໃນຊຸມປີຜ່ານມາ ແລະພິເສດແມ່ນໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ.

ໂດຍ: ໄຊນີດາ