ກ່າວຄໍາເຫັນທີ່ພິທີ, ໂດຍຕາງໜ້າໃຫ້ການນຳພັກ ແລະລັດ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ອິນເດຍ ມີມາແຕ່ດົນນານໃນປະຫວັດສາດ; ສອງປະເທດໄດ້ແບ່ງປັນຄຸນຄ່າລວມຫຼາຍຢ່າງກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອມະນຸດສະທໍາ, ຮັກສັນຕິພາບ; ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນໃນການຕໍ່ສູ້ຍາດເອົາເອກະລາດຊົນຊາດ, ສ້າງສາ ແລະປົກປັກຮັກສາປະເທດ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ ແລະຖື ອິນເດຍ ແມ່ນຄູ່ຮ່ວມມືທີ່ສໍາຄັນແຖວໜ້າ, ແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ແລ້ວ, ປະຈຸບັນ ຫວຽດນາມ ແມ່ນເສົາຄໍ້າຕົ້ນຕໍໃນນະໂຍບາຍກະທໍາທາງທິດຕາເວັນອອກຂອງອິນເດຍ ແລະແມ່ນຄູ່ຮ່ວມມືທີ່ສໍາຄັນໃນວິໄສທັດອິນເດຍ-ປາຊີຟິກ. ສອງປະເທດມີຜົນປະໂຫຍດລວມກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນອິນເດຍ-ປາຊີຟິກ. ອິນເດຍ ຍາມໃດກໍ່ເຊື່ອໝັ້ນວ່າ ການພົວພັນມິດຕະພາບທີ່ສະໜິດແໜ້ນລະຫວ່າງຫວຽດນາມ-ອິນເດຍ ຈະນັບມື້ນັບແໜ້ນແຟ້ນ ແລະບັນລຸລະດັບສູງໃໝ່.

ກໍ່ໃນວັນດຽວກັນ, ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນເດຍ ກໍ່ໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນ. ທ່ານ Madan Mohan Sethi ຫົວໜ້າກົງສູນໃຫຍ່ອິນເດຍ ປະຈໍາ ນະຄອນໂຮ່ຈີມິນ ຢັ້ງຢືນວ່າ ການພົວພັນອິນເດຍ-ຫວຽດນາມ ໄດ້ຮັບການເປີດກວ້າງໄປເກືອບໝົດທຸກຂົງເຂດສໍາຄັນ, ຄື: ການສຶກສາ, ສຳຫຼວດນໍ້າມັນອາຍແກັດ, ໂຄງການເຂື່ອນໄຟຟ້ານໍ້າຕົກ, ການທູດ... ທ່ານ Madan Mohan Sethi ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນປະຊາຊົນຊາວອິນເດຍ ດຳລົງຊີວິດຢູ່ນະຄອນໂຮ່ຈີມິນ ມີຄວາມຜູກພັນກັນຢ່າງແຮງ ແລະກາຍເປັນພາກສ່ວນໜຶ່ງຂອງເຂດນີ້.

ໂດຍ: ໄຊນີດາ