ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມຂອບໃຈມາຍັງລັດຖະບານອິນເດຍ ທີ່ໄດ້ໜູນຊ່ວຍເຄື່ອງຜະລິດອົກຊີແຊນ ແລະອຸປະກອນການແພດໃຫ້ຫວຽດນາມ. ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ທ່ານ Pranay Verma ຊຸກຍູ້ລັດຖະບານອິນເດຍ ໃຫ້ຫວຽດນາມ ກູ້ຢືມວັກຊິນກັນພະຍາດໂຄວິດ-19 ຈໍານວນ 10 ລ້ານ ໂດສໂດຍດ່ວນໃນໄລຍະຈະມາເຖິງ, ພ້ອມທັງສະໜອງຢາປິ່ນປົວໂຄວິດ-19 ກໍຄືວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ.

ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ທ່ານ Pranay Verma ເອົາໃຈໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍຕ້ອງຮ່ວມມືກັນຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍແທດຈິງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ; ຕັ້ງໜ້າຊຸກຍູ້ການປະຕິບັດແຜນດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2021-2023 ເພື່ອແນໃສ່ຫັນຂົງເຂດຮ່ວມມື ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານ Pranay Verma  ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງຕໍ່ບົດບາດ, ທັດສະນະສໍາຄັນຂອງອິນເດຍ, ໂດຍສະເພາະແມ່ນບັນຫາທະເລຕາເວັນອອກ, ພ້ອມທັງປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໃນອາຊຽນ; ສະພາຄວາມໝັ້ນຄົງ ສປຊ ໃນຂະນະທີ່ສອງປະເທດລ້ວນແຕ່ເປັນສະມາຊິກບໍ່ຖາວອນ.

ສ່ວນທ່ານເອກອັກຄະລັດຖະທູດ Pranay Verma ສະແດງຄວາມເຫັນດີເຫັນພ້ອມກັບທ່ານປະທານປະເທດ ຫງວຽນຊວນຟຸກ ກ່ຽວກັບຫຼາຍເນື້ອໃນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ໜູນຊ່ວຍອິນເດຍ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2 ໃນເດືອນມິຖຸນາຜ່ານມາ, ທ່ານ Pranay Verma ໃຫ້ຮູ້ວ່າ ອິນເດຍ ຍາມໃດກໍ່ພະຍາຍາມຈົນສຸດຄວາມສາມາດເພື່ອໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ນີ້. ນອກຈາກນີ້, ບັນດາບໍລິສັດການຢາຂອງອິນເດຍ ກໍໄດ້ສະໜອງຢາປິ່ນປົວໂຄວິດ-19 ຊະນິດຕ່າງໆໃຫ້ແກ່ຫວຽດນາມ.

ຕີລາຄາສູງທ່ານເອກອັກຄະລັດຖະທູດອິນເດຍ ກ່ຽວກັບບັນຫາທີ່ຍົກອອກມານັ້ນ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າຈະຊີ້ນໍາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ສົມທົບກັບທ່ານທູດ ແລະອົງການທີ່ກ່ຽວຂ້ອງຂອງອິນເດຍ ເພື່ອປະຕິບັດໂຄງການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ ໃຫ້ມີປະສິດທິຜົນ.

ໂດຍ: ໄຊຊະນະ