leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ຄາເລ.

CPTPP ເປັນສັນຍາການຄ້າເສລີເປີດດ້ວຍບັນດາຄຳໝັ້ນສັນຍາຮອບດ້ານເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ. ເລື່ອງ CPTPP ໄດ້ຮັບຄວາມສົນໃຈຈາກບັນດາພື້ນຖານເສດຖະກິດອື່ນ ແລະປາດຖະໜາຢາກກາຍເປັນສະມາຊິກສັນຍານີ້ໄດ້ສະແດງໃຫ້ເຫັນບົດບາດນັບມື້ນັບເພີ່ມຂຶ້ນຂອງສັນຍາໃນການຊຸກຍູ້ການຮ່ວມມື ແລະຮ່ວມສໍາພັນດ້ານເສດຖະກິດ, ການຄ້າຢູ່ພາກພື້ນ ແລະສາກົນ. ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ “ຕາມບັນດາຂໍ້ກໍານົດລະບຽບການທີ່ກ່ຽວຂ້ອງແລ້ວ, ບັນດາພື້ນຖານເສດຖະກິດຢາກເຂົ້າເປັນສະມາຊິກຕ້ອງຕອບສະໜອງ ມາດຕະຖານຂອງສັນຍາກໍ່ຄືປະຕິບັດຕາມຂັ້ນຕອນ, ລະບຽບການເຂົ້າເປັນສະມາຊິກສໍາລັບສະມາຊິກໃໝ່. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນຂໍ້ມູນ, ບົດຮຽນຂອງຕົນໃຫ້ຈີນ ກ່ຽວກັບການເຂົ້າຮ່ວມສັນຍານີ້”.

ໂດຍ: ທະນາພອນ