leftcenterrightdel
ພິທີໄຂກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ. ພາບ: vov.vn.

ກອງປະຊຸມໃຫຍ່ໄດ້ຈັດຂຶ້ນຜ່ານລະບົດທາງໄກດ້ວຍການເຂົ້າຮ່ວມຂອງ 47 ອົງການກວດສອບສູງສຸດ (SAI) ສະມາຊິກ, ບັນດາອົງການຈັດຕັ້ງສາກົນຜູ້ສັງເກດການ. ທ່ານ ເຈິ່ນສີແທັງ ປະທານອົງການກວດສອບແຫ່ງລັດຫວຽດນາມ, ປະທານ ASOSAI ອາຍຸການ 2018-2021 ແລະທ່ານ Chanathap Indamra ປະທານອົງການກວດສອບແຫ່ງລັດໄທ ບໍລິຫານວາລະໄຂກອງປະຊຸມໃຫຍ່.

ພາຍຫຼັງພິທີໄຂ, ກອງປະຊຸມໃຫຍ່ ASOSAI ຄັ້ງທີ 15 ໄດ້ສຸມໃສ່ບັນດາເນື້ອໃນ: ກອງປະຊຸມຄົບຄະນະຄັ້ງທີ 1 ແລະກອງປະຊຸມຄົບຄະນະຄັ້ງທີ 2; ບັນດາ ສະມາຊິກ SAI ໄດ້ຮັບຮອງເອົາເນື້ອໃນສໍາຄັນຂອງ ASOSAI, ໃນນັ້ນມີແຜນຍຸດທະສາດ ASOSAI ໄລຍະ 2022-2027; ເລື່ອງປະຕິບັດຖະແຫຼງການຮ່າໂນ້ຍ ແລະການສືບຕໍ່ຂອງຖະແຫຼງການບາງກອກ ກ່ຽວກັບ “SAI ແລະການກະກຽມໃຫ້ສະພາບປົກກະຕິໃໝ່”.

ໂດຍ: ທະນາພອນ