ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຂໍທ່ານໃຫ້ຮູ້ຄວາມໝາຍຂອງເລື່ອງກົມການເມືອງປະກາດໃຊ້ບົດສະຫຼຸບວ່າດ້ວຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.

ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີຕ່າງປະເທດຫວຽດນາມ: ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກ ແລະແມ່ນແຫຼ່ງກຳລັງໜູນສຳຄັນຂອງປະຊາຄົມຊົນຊາດຫວຽດນາມ. ດ້ວຍການປະຕິບັດແຜນນະໂຍບາຍ, ນະໂຍບາຍຖືກຕ້ອງຂອງພັກ ແລະລັດ, ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີປະມານ 5,3 ລ້ານຄົນຢູ່ 130 ປະເທດ ແລະເຂດແຄວ້ນມີການດຳລົງຊີວິດນັບມື້ນັບເປັນປົກກະຕິ, ເຊື່ອມຕົວ ແລະພັດທະນາ, ສະໜິດຕິດພັນກັບບ້ານເກີດເມືອງນອນ ແລະປະກອບສ່ວນສຳຄັນເຂົ້າພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານບຸ່ຍແທັງເຊິນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ຫງວຽນຮົ່ງ.

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງໜ້າທີ່ “ຜັນຂະຫຍາຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງຮອບດ້ານ ແລະແຮງກວ່າອີກ”, ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດສືບຕໍ່ພັດທະນາ ແລະເຊື່ອມຕົວກັບສັງຄົມປະເທດປະຈຳຖິ່ນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດວິໄສທັດ, ເປົ້າໝາຍພັດທະນາປະເທດ.

ເພາະສະນັ້ນ, ບົນພື້ນຖານການຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ຂອງກົມການເມືອງ ຊຸດທີ XI ວ່າດ້ວຍການສືບຕໍ່ຍູ້ແຮງການປະຕິບັດມະຕິສະບັບເລກທີ 36 ຂອງກົມການເມືອງ ຊຸດທີ IX ວ່າດ້ວຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ເລື່ອງກົມການເມືອງປະກາດໃຊ້ບົດສະຫຼຸບນີ້ແມ່ນມີຄວາມໝາຍສຳຄັນທີ່ສຸດ.

ທີໜຶ່ງ, ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະຖືກຕ້ອງຂອງພັກ ແລະລັດຫວຽດນາມ ກ່ຽວກັບການປັບປຸງມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນແກ່ນ, ໃນນັ້ນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກໄດ້ຂອງປະຊາຄົມຊົນຊາດຫວຽດນາມ; ເຕົ້າໂຮມປະຊາຊົນທຸກຊັ້ນວັນນະຢູ່ພາຍໃນປະເທດກໍ່ຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດໃຫ້ແກ່ການພັດທະນາປະເທດ.

ທີສອງ, ຊຸກຍູ້ການປະຕິບັດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງຮອບດ້ານ ແລະແຮງກວ່າອີກຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ມະຕິສະບັບເລກທີ 36 ແລະຄຳສັ່ງສະບັບເລກທີ 45 ຂອງກົມການເມືອງ, ໃນນັ້ນ ສຸມໃສ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີພື້ນຖານດ້ານຢ່າງໝັ້ນຄົງ, ພັດທະນາ ແລະເຊື່ອມຕົວກັບສັງຄົມປະເທດປະຈຳຖິ່ນ, ຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຍົກສູງຄວາມເອກອ້າງທະນົງໃຈ, ເຊີດຊູຊາດ ແລະອວ່າຍໜ້າເມືອຫາກົກເຄົ້າເຫງົ້າກຳ, ພ້ອມທັງມີນະໂຍບາຍເໝາະສົມເພື່ອໃຫ້ພໍ່ແມ່ປະຊາຊົນປະກອບສ່ວນເຂົ້າໃນການສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່ໃຫ້ມີປະສິດທິຜົນ.

ທີສາມ, ສືບຕໍ່ສະແດງໃຫ້ເຫັນນ້ຳໃຈ ແລະຄວາມຮັບຜິດຊອບຢ່າງຈະແຈ້ງຂອງພັກ ແລະລັດ ໃນການເບິ່ງແຍງດູແລປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳ, ຈາກນັ້ນລະດົມກຳລັງໃຈ, ສົ່ງເສີມພໍ່ແມ່ປະຊາຊົນສືບຕໍ່ມານະພະຍາຍາມບືນຕົວ, ປຸກລຸກຄວາມສາມາດບົ່ມຊ້ອນ, ເສີມຂະຫຍາຍແຫຼ່ງກຳລັງອັນໃຫຍ່ຫຼວງ ແລະອວ່າຍເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ນັກຂ່າວ: ຂໍທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ?

ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີຕ່າງປະເທດຫວຽດນາມ: ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດໃນໂລກເມື່ອຕົ້ນປີ 2020 ມາຮອດປະຈຸບັນ, ເຖິງວ່າພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ວ່າພັກ ແລະລັດຫວຽດນາມ ໄດ້ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ລັດຖະບານໄດ້ຜັນຂະຫຍາຍຫຼາຍນະໂຍບາຍ, ມາດຕະການປົກປ້ອງພົນລະເມືອງຢ່າງຂ້ຽວຂາດ ແລະຄົບຊຸດເພື່ອໜູນຊ່ວຍ ແລະລະດົມກຳລັງໃຈຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະຕິບັດຕາມມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງປະເທດປະຈໍາຖິ່ນ, ຊ່ວຍເຫຼືອກັນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດ. ກະຊວງການຕ່າງປະເທດ ແລະບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດ ໄດ້ຕັ້ງໜ້າຂົນຂວາຍອຳນາດການປົກຄອງປະເທດປະຈຳຖິ່ນເອົາໃຈໃສ່ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມດຳລົງຊີວິດເປັນປົກກະຕິ, ຫຼຸດຜ່ອນຜົນກະທົບຈາກໂລກລະບາດ. ມາຮອດປະຈຸບັນ, ໄດ້ມີກວ່າ 540 ຖ້ຽວບິນໂດຍສານຊາວຫວຽດນາມ ຢູ່ຕ່າງປະເທດປະມານ 136.000 ຄົນກັບເມືອປະເທດຢ່າງປອດໄພ.

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນການຜັນແປສັບສົນຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງພະຍາດໂຄວິດ-19, ແຕ່ວ່າໂດຍຕອບສະໜອງຄໍາຮຽກຮ້ອງຂອງການນໍາພັກ, ລັດ ແລະແນວໂຮມປະເທດຊາດ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະຈິດໃຈຊ່ວຍເຫຼືອກັນ, ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮ່ວມແຮງຮ່ວມໃຈຄຽງບ່າຄຽງໄຫຼ່, ແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ, ປະກອບສ່ວນຢ່າງແທດຈິງ ແລະມີປະສິດທິຜົນເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ອາດເວົ້າໄດ້ວ່າ ຜ່ານການເສີມຂະຫຍາຍນ້ຳໃຈຮັກຊາດ ແລະມູນເຊື້ອອັນດີງາມຂອງຊາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງຮູບພາບ, ອິດທິພົນຊື່ສຽງຂອງປະເທດ ແລະຖານະບົດບາດຂອງປະຊາຄົມຊາວຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ.

ພັກ, ລັດ ແລະພໍ່ແມ່ປະຊາຊົນພາຍໃນປະເທດຍາມໃດກໍ່ເຄົາລົບນັບຖືນ້ຳໃຈ, ການກະທຳອັນສູງສົ່ງ ແລະການສະໜັບສະໜູນ ແລະແບ່ງປັນອັນລ້ຳຄ່າຂອງພໍ່ແມ່ປະຊາຊົນຢູ່ຕ່າງປະເທດທີ່ມີຕໍ່ປະເທດ. ການຕໍ່ສູ້ຕ້ານພະຍາດໂຄວິດ-19 ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ປາດຖະໜາວ່າ ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຕອບສະໜອງແຜນນະໂຍບາຍ, ນະໂຍບາຍ ແລະຄຳຮຽກຮ້ອງຂອງການນຳພັກ, ລັດ ແລະແນວໂຮມປະເທດຊາດ, ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນພາຍໃນປະເທດຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ, ປະຕິບັດຄວາມມຸ່ງມາດປາດຖະໜາພັດທະນາປະເທດເພື່ອປະເທດຫວຽດນາມ ເຂ້ັມແຂງແຮງກ້າ, ວັດທະນາຖາວອນ.

ນັກຂ່າວ: ຂໍຂອບໃຈ.

ໂດຍ: ແສງເດືອນ