leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸ່ຍແທັງເຊີນ, ຫົວໜ້າກຸ່ມປະຕິບັດງານ ຢັ້ງຢືນວ່າ, ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຕິດແທດລະຫວ່າງບັນດາກະຊວງ, ຂະແໜງການ, ໃນໄລຍະຜ່ານມາວຽກງານການທູດວັກຊິນບັນລຸໄດ້ໝາກຜົນຕັ້ງໜ້າສໍາຄັນໃນເບື້ອງຕົ້ນ. ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ, ໃນສະພາວະສຸກເສີນຄືໃນປະຈຸບັນ, ທິດນໍາຂອງການທູດວັກຊິນແມ່ນເປັນເຈົ້າການບຸກໂຈມຕີ, ສົມທົບກັນຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ຖືເປັນສໍາຄັນໜ້າທີ່ຂົນຂວາຍວັກຊິນເປັນຈຸດສຸມແຖວໜ້າໃນການຜັນຂະຫຍາຍວຽກງານພົວພັນຕ່າງປະເທດຂອງທຸກອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ.

ໂດຍ: ທະນາພອນ