ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຊົມເຊີຍການເຄື່ອນໄຫວຂອງສູນການທູດປ້ອງກັນເຫດ ຂອງ ສປຊ ຢູ່ອາຊີກາງ ຊຸກຍູ້ການທູດປ້ອງກັນເຫດ ຢູ່ອາຊີກາງ, ຜ່ານນັ້ນປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: vov.vn.

ທ່ານເອກອັກຄະລັດຖະທູດ ຕີລາຄາສູງການເຄື່ອນໄຫວຕ່າງໆຂອງສູນການທູດປ້ອງກັນເຫດຂອງ ສປຊ ຢູ່ອາຊີກາງ ໃນການໜູນຊ່ວຍວິວັດທະນາການດ້ານການເມືອງຢູ່ກິກີດສະຖານ, ຊຸກຍູ້ການເຈລະຈາໃນບັນຫາຊາຍແດນ ທີ່ກ່ຽວຂ້ອງເຖິງ ສປຊ ແລະຕາຈິກິດສະຖານ ກໍ່ຄືໃນການໜູນຊ່ວຍສ້າງຂໍ້ຕົກລົງລວມລະຫວ່າງບັນດາປະເທດອາຊີກາງ ກ່ຽວກັບການຄຸ້ມຄອງແຫຼ່ງນໍ້າຂ້າມຊາຍແດນ.

ທ່ານເອກອັກຄະລັດຖະທູດ ຫວັງວ່າ ສູນການທູດປ້ອງກັນເຫດຂອງ ສປຊ ຢູ່ອາຊີກາງ ຈະສືບຕໍ່ສວມບົດບາດສໍາຄັນໃນການໜູນຊ່ວຍບັນດາປະເທດອາຊີກາງ ຮັບມືກັບພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ຕ້ານການກໍ່ການຮ້າຍ ແລະອາດຊະຍາກໍາຂ້າມຊາດ, ຄຸ້ມຄອງແຫຼ່ງນໍ້າຂ້າມຊາຍແດນ, ເພີ່ມທະວີການຮ່ວມມືພາກພື້ນ ແລະຊຸກຍູ້ຊາວໜຸ່ມ ແລະແມ່ຍິງເຂົ້າຮ່ວມການທູດປ້ອງກັນເຫດ.

ທ່ານເອກອັກຄະລັດຖະທູດ ກໍ່ແບ່ງປັນຄວາມວິຕົກກັງວົນຕໍ່ຜົນກະທົບຢ່າງຫຍໍ້ທໍ້ຂອງສະພາບອັບການິດສະຖານ ທີ່ມີທ່າອ່ຽງເພີ່ມຂຶ້ນສຳລັບບັນດາປະເທດອາຊີກາງ ແລະປາດຖະໜາວ່າປະຊາຄົມສາກົນ, ສູນການທູດປ້ອງກັນເຫດ ສປຊ ຢູ່ອາຊີກາງ ແລະຄະນະປະຕິບັດງານໜູນຊ່ວຍ ສປຊ ປະຈໍາ ອັບການິດສະຖານ (UNAMA) ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫຼຸດຜ່ອນຜົນກະທົບນີ້, ປະກອບສ່ວນເຂົ້າສະຖຽນລະພາບຢູ່ພາກພື້ນ.

ໂດຍ: ເກື່ອງດັ້ງ