ພາຍຫຼັງປ່ອນບັດເລືອກຕັ້ງ,  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕອບສໍາພາດຕໍ່ສື່ມວນຊົນຢູ່ພາຍໃນ ແລະຕ່າງປະເທດ. ໜັງສືພິມກອງທັບປະຊາຊົນ ຂໍແນະນໍາເຖິງເພື່ອນຜູ້ອ່ານກ່ຽວກັບເນື້ອໃນການຕອບສໍາພາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ...

ນັກຂ່າວ:  ຂໍຮຽນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃນວັນບຸນຂອງປະເທດຊາດ ມື້ນີ້, ໃນທຸກເຂດ, ພາກໃນທົ່ວປະເທດ, ຜູ້ມີສິດເລືອກຕັ້ງໄດ້ໄປປ່ອນບັດເລືອກຕັ້ງເອົາອົງການທີ່ປະຊາຊົນເປັນຜູ້ເລືອກຕັ້ງ. ຮຽນທ່ານເລຂາທິການໃຫຍ່ ໃຫ້ຮູ້ກ່ຽວກັບຄວາມຮູ້ສຶກໃນເວລານີ້ ແລະມີສານຫຍັງຢາກສົ່ງໄປເຖິງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ?

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ມື້ນີ້, ຂ້າພະເຈົ້າ ຮູ້ສຶກມີຄວາມປິຕິຊົມຊື່ນ, ພາກພູມໃຈໄປພ້ອມກັບຜູ້ມີສິດເລືອກຕັ້ງນະຄອນຫຼວງຮ່າໂນ້ຍ ແລະທົ່ວປະເທດທີ່ປະຕິບັດສິດ ແລະພັນທະພົນລະເມືອງຂອງຕົນ, ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026. ຂ້າພະເຈົ້າ ຮູ້ມາວ່າ, ການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ແມ່ນຊຸດທີ XV, ດໍາເນີນໄປໃນຂະນະທີ່ປະເທດໄດ້ຜ່ານຜ່າມາເປັນເວລາ 75 ປີແຫ່ງການຍາດເອົາເອກະລາດ, ການເລືອກຕັ້ງສະພາແຫ່ງຊາດ 14 ຄັ້ງ, 35 ປີແຫ່ງການປ່ຽນແປງໃໝ່, ປະຕິບັດສໍາເລັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2016-2021) ແລະພວມກ້າວເຂົ້າສູ່ໄລຍະໃໝ່, ຜັນຂະຫຍາຍການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີຈະມາເຖິງ. ພິເສດ, ການເລືອກຕັ້ງຄັ້ງນີ້ໄດ້ດໍາເນີນໄປກົງກັບໂອກາດສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ ແລະພວກເຮົາຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະສົບຜົນສໍາເລັດ, ພວມຜັນຂະຫຍາຍການປະຕິບັດມະຕິ, ນໍາມະຕິຂອງກອງປະຊຸມໃຫຍ່ເຂົ້າສູ່ຊີວິດຕົວຈິງ, ກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນຢ່າງແທ້ຈິງ; ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງສາ ແລະພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະເທດເຮົາຈະກ້າວເຂົ້າສູ່ໄລຍະໃໝ່, ນັບມື້ນັບດີງາມກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນໃນທົ່ວປະເທດ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ກ່າວຄໍາເຫັນຢູ່ເຂດເລືອກຕັ້ງທີ 4, ຕາແສງຫງວຽນຢູ, ເມືອງຮາຍບ່າຈືງ, ນະຄອນຮ່າໂນ້ຍ. ພາບ: ງອັກທັ໊ງ.

ດ້ວຍບັດເລືອກຕັ້ງເກືອບ 70 ລ້ານໃບຂອງຜູ້ມີສິດເລືອກຕັ້ງເພື່ອເລືອກເອົາສະມາຊິກສະພາແຫ່ງຊາດຈຳນວນ 500 ທ່ານ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະນະຄອນເກືອບ 4.000 ທ່ານ, ສະມາຊິກສະພາປະຊາຊົນຂັ້ນເມືອງຈໍານວນ 2 ໝື່ນທ່ານ ແລະສະມາຊິກສະພາປະຊາຊົນຂັ້ນຕາແສງກວ່າ 24 ໝື່ນທ່ານ, ນີ້ແມ່ນການເລືອກຕັ້ງທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຂ້າພະເຈົ້າ ຂອບໃຈພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດໃນຫຼາຍປີຜ່ານມາ, ໄດ້ເອົາໃຈໃສ່ເຖິງການເຄື່ອນໄຫວຂອງສະພາແຫ່ງຊາດ ແລະສະພາປະຊາຊົນ; ຍາມໃດກໍ່ລະດົມກໍາລັງໃຈ, ສົ່ງເສີມການເຄື່ອນໄຫວຂອງສະພາແຫ່ງຊາດ ແລະສະພາປະຊາຊົນ; ພ້ອມທັງສ່ອງແສງຄວາມມຸ່ງມາດປາດຖະໜາຕໍ່ອົງການທີ່ປະຊາຊົນເປັນຜູ້ເລືອກຕັ້ງ, ປະກອບສ່ວນໃຫ້ແກ່ການວາງແຜນນະໂຍບາຍ, ກໍ່ສ້າງກົດໝາຍ ແລະຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍໃນການດຳລົງຊີວິດຕົວຈິງ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍມູນເຊື້ອຄວາມສາມັກຄີຂອງຊາດເຮົາ, ດ້ວຍເຈດຈໍານົງທີ່ແຮງກ້າ ແລະຮັກຊາດຂອງປະຊາຊົນເຮົາ, ດ້ວຍຈິດໃຈເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ພົນລະເມືອງແຕ່ລະຄົນໄດ້ກໍານົດສິດ ແລະພັນທະຂອງຕົນ, ຈະໄປປ່ອນບັດເປັນຈໍານວນຫຼວງຫຼາຍ, ເລືອກເອົາຜູ້ທີ່ເໝາະສົມທີ່ສຸດໃນຈຳນວນຜູ້ອອກສະໝັກເລືອກຕັ້ງເພື່ອເລືອກໃຫ້ຖືກຄົນ, ເລືອກເອົາສະມາຊິກສະພາແຫ່ງຊາດໃຫ້ຄົບ 500 ຄົນ ແລະຈໍານວນສະມາຊິກສະພາປະຊາຊົນທຸກຂັ້ນ, ຫຼີກລ້ຽງການເລືອກຫຼົງຄົນ, ເລືອກຜິດຄົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ການເລືອກຕັ້ງຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ, ສ້າງບັນຍາກາດໃຫ້ເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ-ເປັນວັນບຸນໃຫຍ່ຂອງຊາດເຮົາ, ຂອງປະເທດເຮົາ.

ນັກຂ່າວ: ຮຽນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ຢັ້ງຢືນວ່າ: "ປະເທດເຮົາ ຍັງບໍ່ເຄີຍມີພາລະກິດທີ່ຍິ່ງໃຫຍ່, ມີກໍາລັງແຮງບົ່ມຊ້ອນ, ມີຖານະບົດບາດ ແລະອິດທິພົນຊື່ສຽງສາກົນຄືໃນປະຈຸບັນນີ້ມາກ່ອນ”. ຕາມທ່ານເລຂາທິການໃຫຍ່ແລ້ວ, ຜູ້ແທນທີ່ປະຊາຊົນເລືອກຕັ້ງແຕ່ລະຄົນນັ້ນຕ້ອງເຮັດຫຍັງແດ່ເພື່ອສືບຕໍ່ເສີມຂະຫຍາຍກໍາລັງແຮງບົ່ມຊ້ອນຂອງປະເທດຊາດ  ແລະປະຊາຊົນແຕ່ລະຄົນລ້ວນແຕ່ໄດ້ຊົມໃຊ້ຜົນງານນີ້?

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ກໍ່ຄືຜູ້ມີສິດເລືອກຕັ້ງໃນທົ່ວປະເທດທຸກໆຄົນ, ຂ້າພະເຈົ້າ ປາດຖະໜາຢາກໃຫ້ສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນທີ່ໄດ້ຮັບການເລືອກຕັ້ງໃນອາຍຸການນີ້ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຕົນໃຫ້ຄົບຖ້ວນ, ຖືກຕ້ອງຕາມລັດຖະທຳມະນູນ ແລະກົດໝາຍທີ່ໄດ້ກຳນົດໄວ້, ໂດຍສະເພາະແມ່ນຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະຕໍ່ລັດຖະທຳມະນູນ; ປະຕິບັດຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນຢ່າງຄົບຖ້ວນ, ຕາງໜ້າໃຫ້ປະຊາຊົນເພື່ອເຂົ້າຮ່ວມຄຸ້ມຄອງປະເທດຊາດ, ຄຸ້ມຄອງສັງຄົມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຜູ້ແທນແຕ່ລະຄົນທີ່ໄດ້ເລືອກຕັ້ງມື້ນີ້ກໍ່ຈະຄິດຄືແນວນັ້ນ, ມີຄວາມຮັບຮູ້ຢ່າງເລິກເຊິ່ງຄືແນວນັ້ນ. ຂ້າພະເຈົ້າ ຢາກເນັ້ນໜັກຕື່ມອີກວ່າ: ເປັນຜູ້ແທນຂອງປະຊາຊົນຕ້ອງໝັ່ນບຳລຸງ, ຝຶກຝົນຫຼໍ່ຫຼອມ, ຮັກສາທາດແທ້, ຄຸນສົມບັດເປັນປະຈໍາ, ຍົກສູງລະດັບຄວາມຮູ້ໃນທຸກໆດ້ານ, ໃກ້ຊິດຕິດແທດ ແລະຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ຂອງປະຊາຊົນ, ປະຕິບັດສຳເລັດໜ້າທີ່ ເຊິ່ງຜູ້ມີສິດເລືອກຕັ້ງ ແລະປະຊາຊົນ ເຊື່ອໝັ້ນມອບໝາຍໃຫ້.

ນັກຂ່າວ: ຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ