ທ່ານ ຫງວຽນເຈື່ອງເຊີນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໄປ ລາວ ພ້ອມກັບຄະນະແພດໝໍເລີຍ. ໜ້າທີ່ຂອງຄະນະແມ່ນປະຕິບັດການໜູນຊ່ວຍລາວ ໃນການວິເຄາະຫາເຊື້ອ, ປິ່ນປົວ, ແລະສ້າງຕັ້ງໂຮງໝໍແບບຊົ່ວຄາວ; ສົມທົບກັນມອບ-ຮັບ, ແນະນຳການນຳໃຊ້ວັດຖຸອຸປະກອນການແພດໂດຍລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍ. ບົນຈິດໃຈອັນຮີບດ່ວນ, ຕັ້ງໜ້ານັ້ນ,  ມີແພດໝໍ 30 ກວ່າຄົນທີ່ມາຈາກ 9 ຮາກຖານສາທາລະນະສຸກໃນທົ່ວປະເທດໄດ້ຮັບໜ້າທີ່ໄປໜູນຊ່ວຍປະເທດເພື່ອນມິດລາວ ຢ່າງວ່ອງໄວ. ໄລຍະເວລາຂອງຄະນະແພດໝໍທີ່ໄປໜູນຊ່ວຍລາວ ຄາດວ່າແຕ່ 15 ຫາ 17 ວັນ,  ອາດຈະສັ້ນກວ່າຫຼືແກ່ຍາວ ເຊິ່ງອີງຕາມສະພາບຕົວຈິງຂອງວຽກງານປ້ອງກັນ ແລະຕ້້ານພະຍາດໂຄວິດ-19 ຂອງປະເທດເພື່ອນມິດ. ຕາມຂໍ້ມູນຈາກປະເທດເພື່ອນມິດລາວ ແລ້ວ, ບັນດາແພດໝໍຫວຽດນາມ ທີ່ໄປຊ່ວຍລາວ ຈະໄດ້ເອົາຕົວຢ່າງໄປວິເຄາະຫາເຊື້ອຢູ່ສະໜາມບິນເຂົ້າເມືອງ (ຝ່າຍລາວ), ບໍ່ມີການກັກກັນ ແລະຈະໄປຊ່ວຍປະເທດລາວ ຕ້ານພະຍາດໃນທັນທີ.

leftcenterrightdel
ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: ຕ໊ວນຢຸງ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໃຫ້ຮູ້ວ່າ: ຄະນະແພດໝໍຂອງຫວຽດນາມ ຈະແນະນຳປະເທດເພື່ອນມິດລາວ ກ່ຽວກັບວຽກງານປ້ອງກັນ ແລະຕ້ານພະຍາດໂຄວິດ-19 ແລະຜັນຂະຫຍາຍຢ່າງລະອຽດ. ທ່ານລັດຖະມົນຕີ ເຕືອນຄະນະວ່າ ເມື່ອເດີນທາງໄປຍັງເຂດຫ່າງໄກສອກຫຼີກຂອງລາວ ແລ້ວ ຄວນເຊື່ອມຕໍ່ກັບລະບົບກວດ, ປິ່ນປົວພະຍາດຂອງຫວຽດນາມ. ກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ກຸ່ມອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ ໜູນຊ່ວຍການເຊື່ອມຕໍ່ອິນເຕີແນັດລະຫວ່າງຫວຽດນາມ ແລະລາວ. ເພື່ອໜູນຊ່ວຍລັດຖະບານ ແລະປະຊາຊົນລາວ ບັນລຸປະສິດທິຜົນດີທີ່ສຸດ, ກະຊວງສາທາລະນະສຸກຫວຽດນາມ, ໂຮງໝໍແຫ່ງຕ່າງໆຂອງຫວຽດນາມ ກໍ່ໄດ້ໜູນຊ່ວຍ ອຸປະກອນການແພດທີ່ຈຳເປັນໃຫ້ລາວຄື: ຜ້າອັດປາກ-ອັດດັງ, ຊຸດເຄື່ອງປ້ອງກັນພະຍາດ, ເຄື່ອງຊ່ວຍຫາຍໃຈ... ເພື່ອຮັບໃຊ້ວຽກງານປ້ອງກັນ ແລະຕ້ານພະຍາດ.

ໂດຍ: ທະນາພອນ