3 ພື້ນຖານຂອງສັນຕິພາບ

ຫົວຂໍ້ຂອງວາລະປະຊຸມແມ່ນຂໍ້ລິເລີ່ມຂອງຫວຽດນາມ ເມື່ອດໍາລົງຕໍາແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນເມສາ 2021. ນີ້ແມ່ນຫົວຂໍ້ສໍາຄັນ ແລະກວມລວມທີ່ສຸດຂອງສະພາຄວາມໝັ້ນຄົງ ດ້ວຍບົດບາດແມ່ນອົງການຫຼັກແຫຼ່ງຂອງ ສປຊ ໃນການສະກັດກັ້ນສົງຄາມ, ການປະທະກັນ, ການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.

ກ່າວຄໍາເຫັນທີ່ວາລະປຶກສາຫາລື, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 5 ປີມໍ່ໆມານີ້, ການປະທະກັນໄດ້ເຮັດໃຫ້ປະຊາຊົນໃນທົ່ວໂລກເກືອບເຄິ່ງລ້ານຄົນເສຍຊີວິດ. ສະເພາະປີ 2020 ໄດ້ມີຄົນລີ້ໄພ 20 ລ້້ານຄົນ ແລະຜູ້ທີ່ບໍ່ມີບ່ອນຢູ່ອາໄສຍ້ອນການປະທະກັນ ແລະມີເກືອບ 170 ລ້ານຄົນ ຄວນໄດ້ຮັບການໜູນຊ່ວຍ. ນີ້ແມ່ນຜູ້ທີ່ “ຖືກປະໄວ້ຢູ່ເບື້ອງຫຼັງ”, ເຊິ່ງຮຽກຮ້ອງໃຫ້ມີຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ. ບັນດາສິ່ງທ້າທາຍຍ້ອນພະຍາດໂຄວິດ-19, ໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ຫຼື ບັນດາການປະທະກັນ, ການຂັດແຍ້ງກ່ຽວກັບຊາຍແດນ, ດິນແດນ, ການແກ່ງແຍ້ງພູມມີປະເທດດ້ານຍຸດທະສາດ, ຮຽກຮ້ອງຕ້ອງເພີ່ມທະວີຄວາມສາມັກຄີສາກົນ.

leftcenterrightdel
ບັນດາຜູ້ແທນຝ່າຍຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ວາລະປຶກສາຫາລື, ທ່ານ ຫງວຽນຊວນຟຸກ ໄດ້ຍົກອອກ 3 ຂໍ້ສະເໜີສໍາຄັນ. ທີໜຶ່ງແມ່ນການພົວພັນແລກປ່ຽນ ແລະການໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງ ສປຊ ແລະອົງການຈັດຕັ້ງຕ່າງໆໃນພາກພື້ນແມ່ນຄວາມຕ້ອງການພາວະວິໄສ ແລະແມ່ນການ “ເຊື່ອມຕໍ່ສອງສົ້ນ” ເພື່ອພ້ອມກັນແບ່ງປັນຄວາມຮູ້, ສ້າງຄວາມມານະພະຍາຍາມລວມ. ທີສອງແມ່ນຄວນສືບຕໍ່ເຊີດຊູບົດບາດຂອງລັດທິຫຼາຍຝ່າຍ ແລະເພີ່ມທະວີການປະຕິບັດກົດບັດ ສປຊ, ກົດໝາຍສາກົນກວ່າອີກ ຍ້ອນວ່ານີ້ແມ່ນບ່ອນອີງ, ແມ່ນພື້ນຖານທີ່ໜັກແໜ້ນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການເຈລະຈາ. ທີສາມແມ່ນຄວນນໍາການຮ່ວມມືລະຫວ່າງສະພາຄວາມໝັ້ນຄົງ ແລະອົງການຈັດຕັ້ງຕ່າງໆໃນພາກພື້ນເຂົ້າສູ່ລວງເລິກດ້ວຍຂອບເຂດການເຈລະຈາ, ການຮ່ວມມື, ກົນໄກ “ຕັກເຕືອນໄວ” ກ່ຽວກັບການຂາດສະຖຽນລະພາບ.

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ມີຄວາມເປັນກຽດເມື່ອດໍາລົງຕໍາແໜ່ງເປັນປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ຄັ້ງທີ 2. ດ້ວຍຄວາມຄາດຫວັງສ້າງປະເທດຊາດໃຫ້ມີສັນຕິພາບ, ວັດທະນາຖາວອນ - ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຢຶດໝັ້ນຕໍ່ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼານຍແບບ ແລະຫຼາຍຝ່າຍ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂອງ ສປຊ ແລະສະພາຄວາມໝັ້ນຄົງ. ດ້ວຍທິດນໍາທີ່ວ່າ “ເປັນຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງໃນພາກພື້ນຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຢູ່ໃນໂລກ.

ຍົກສູງຂອບຂະໜາດ

ກ່າວຄໍາເຫັນທີ່ວາລະປຶກສາຫາລື, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ສົ່ງຄໍາຂອບອົກຂອບໃຈມາຍັງທ່ານ ຫງວຽນຊວນຟຸກ ທີ່ໄດ້ຈັດຕັ້ງການປຶກສາຫາລືໃນຄັ້ງນີ້, ພິເສດແມ່ນໄດ້ຫັນບຸລິມະສິດແຖວໜ້າຂອງ ສປຊ ໃຫ້ປະກົດຜົນເປັນຈິງ ໃນຂະນະທີ່ດຳລົງຕໍາແໜ່ງ. ທ່ານ Antonio Guterres ໃຫ້ຮູ້ວ່າ, ການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງໃນພາກພື້ນພັດທະນາຢ່າງວ່ອງໄວນັບແຕ່ເມື່ອ ສປຊ ໄດ້ຮັບການສ້າງຕັ້ງ.

ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວຂອງ ສປຊ ຢູ່ປະເທດ Bosnia, Herzegovina, ຊູດັງ, ມາລີ, ໂບລິເວຍ... ແມ່ນຕົວຢ່າງລະອຽດທີ່ສະແດງໃຫ້ເຫັນປະສິດທິຜົນໃນການຮ່ວມມືລະຫວ່າງ ສປຊ ກັບສະຫະພາບອາຟະລິກາ, ສະຫະພາບເອີລົບ, ສະຫະພັນບັນດາປະເທດອາຣັບ ແລະບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງໃນພາກພື້ນ. ການຮ່ວມມືດັ່ງກ່າວໄດ້ໜູນຊ່ວຍບັນດາປະເທດສະມາຊິກຂອງ ສປຊ ຢ່າງມີປະສິດທິຜົນກວ່າອີກໃນການຄຸ້ມຄອງການຫັນປ່ຽນດ້ານການເມືອງທີ່ສັບສົນ ແລະຊອກຫາມາດຕະການແບບຍືນຍົງໃຫ້ແກ່ສິ່ງທ້າທາຍດ້ານການເມືອງ.

leftcenterrightdel
ວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງຜ່ານຮູບການທາງໄກ ແລະໂດຍກົງ. ພາບ: ສໍານັກຂ່າວສານຫວຽດນາມ.

ສໍາລັບອາຊຽນ, ທ່ານ Antonio Guterres ຢ້ັງຢືນວ່າ ອາຊຽນ ແມ່ນພາກສ່ວນສໍາຄັນໃນການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ອາຊຽນ ໄດ້ສວມບົດບາດສໍາຄັນຜ່ານທາງການທູດ, ສະກັດກັ້ນການປະທະກັນ ແລະກໍ່ສ້າງສັນຕິພາບ.  ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາຊຽນ ແລະສປຊ ໄດ້ຮັບການສ້າງຕັ້ງມາແຕ່ປີ 2011 ແລະພັດທະນາໃນຂອບເຂດສັນຕິພາບ ແລະຄວາມໝັ້ນຄົງ ກໍ່ຄືການພັດທະນາທາງດ້ານເສດຖະກິດ-ສັງຄົມ.

ເມື່ອຕີລາຄາກ່ຽວກັບເຫດການດັ່ງກ່າວ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງໃນຄັ້ງນີ້ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຄັ້ງທໍາອິດທີ່ມີການເຂົ້າຮ່ວມຂອງການນໍາຂັ້ນສູງຂອງຫວຽດນາມ ພາຍຫຼັງທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ປະສົບຜົນສໍາເລັດຢ່າງຈົບງາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສົ່ງສານໄປຍັງປະຊາຄົມສາກົນກ່ຽວກັບການກໍານົດທິດ, ວິໄສທັດ ແລະຄວາມຄາດຫວັງໃນການພັດທະນາປະເທດຊາດ, ເປັນການຢ້ັງຢືນແນວທາງພົວພັນຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.

ພ້ອມກັນນັ້ນ, ເຫດການດັ່ງກ່າວກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ສະແດງອິດທິພົນຊື່ສຽງ, ທີ່ຕັ້ງຂອງປະເທດ ແລະເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ບັນຫາກ່ຽວກັບສັນຕິພາບ,  ຄວາມໝັ້ນຄົງເຊິ່ງພາກພື້ນ ແລະສາກົນມີຄວາມສົນໃຈ, ປະກອບສ່ວນຜັນຂະຫຍາຍແຜນນະໂຍບາຍໃຫຍ່ຂອງພັກ ແລະລັດຫວຽດນາມ ກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ.

ໂດຍ: ທູຈາງ