ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ - ກອງປະຊຸມທີ່ລິເລີ່ມກິດຈະການປ່ຽນແປງໃໝ່ ຖອດຖອນໄດ້ 4 ບົດຮຽນ. ຈາກພຶດຕິກຳຕົວຈິງພາຍຫຼັງ 5 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໄດ້ຍົກອອກ 5 ບົດຮຽນ ກ່ຽວກັບການດໍາເນີນກິດຈະການປ່ຽນແປງໃໝ່. ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ສະຫຼຸບ 10 ປີແຫ່ງການປ່ຽນແປງໃໝ່ (1986-1996) ຖອດຖອນໄດ້ 6 ບົດຮຽນຕົ້ນຕໍ. ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ຢັ້ງຢືນວ່າ: 15 ປີທໍາອິດແຫ່ງການປ່ຽນແປງໃໝ່ ໄດ້ນໍາມາໃຫ້ພວກເຮົາຫຼາຍບົດຮຽນອັນລໍ້າຄ່າ. ມາຮອດປັດຈຸບັນ, ບັນດາບົດຮຽນໃນການປ່ຽນແປງໃໝ່ຈາກກອງປະຊຸມໃຫຍ່ ຄັ້ງທີ VI, VII, VIII  ຂອງພັກ ຍັງມີຄຸນຄ່າໃຫຍ່ຫຼວງຢູ່, ເປັນຕົ້ນແມ່ນບັນດາບົດຮຽນຕົ້ນຕໍ. ກອງປະຊຸມໃຫຍ່ ຄັ້ງທີ X  ຂອງພັກດໍາເນີນການສະຫຼຸບບາງບັນຫາກ່ຽວກັບທິດສະດີ-ພຶດຕິກຳຕົວຕິງຜ່ານ 20 ປີແຫ່ງການປ່ຽນແປງໃໝ່, ພັກ ແລະລັດຫວຽດນາມ ໄດ້ສະສົມຫຼາຍບົດຮຽນໃນການນໍາພາ, ຄຸ້ມຄອງ, ກອງປະຊຸມໃຫຍ່ ໄດ້ຖອນຖອນໄດ້ 5 ບົດຮຽນໃຫຍ່. ຈາກພຶດຕິກໍາຕົວຈິງແຫ່ງການຊີ້ນໍາ, ນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X, ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຖອດຖອນໄດ້ 5 ບົດຮຽນ. ຈາກຜຶດຕິກໍາຕົວຈິງ 30 ປີແຫ່ງການປ່ຽນແປງໃໝ່ (1986-2016), ກອງປະຊຸມໃຫຍ່ ຄັ້ງທີ XII ຖອດຖອນໄດ້ 5 ບົດຮຽນ.

leftcenterrightdel
ສຈ. ປອ ຫງວຽນວຽດໂທງ, ເລຂາທິການໃຫຍ່ສະພາທິດສະດີສູນກາງ, ກໍາມະການຜູ້ປະຈໍາການໜ່ວຍບັນນາທິການຂອງອະນຸກໍາມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ພາບ: qdnd.vn.

ຈາກພຶດຕິກໍາຕົວຈິງຂອງກິດຈະການປ່ຽນແປງໃໝ່, ເຊິ່ງໂດຍກົງແມ່ນ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ພັກກອມມູນິດຫວຽດນາມ ຖອດຖອນໄດ້ 5 ບົດຮຽນ ດັ່ງລຸ່ມນີ້:

ບົດຮຽນທີໜຶຶ່ງກ່ຽວກັບການກໍ່ສ້າງພັກ, ລັດ, ລະບົບການເມືອງ ແລະພະນັກງານ: ວຽກງານກໍ່ສ້າງ, ປັບປຸງພັກຕ້ອງຜັນຂະຫຍາຍ ຢ່າງຂ້ຽວຂາດ, ຮອບດ້ານ, ຄົບຊຸດ, ເປັນປະຈໍາ, ນັບທັງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະພະນັກງານ; ຢຶດໝັ້ນ, ໝູນໃຊ້ ແລະພັດທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນຢ່າງມີຫົວຄິດປະດິດສ້າງ; ຍົກສູງກໍາລັງຄວາມສາມາດນໍາພາ, ກໍາອໍານາດ ແລະກໍາລັງສູ້ຮົບຂອງພັກ, ປັບປຸງ ແລະເພີ່ມທະວີຄວາມສາມັກຄີໃນພັກ ແລະທົ່ວລະບົບການເມືອງ; ປະຕິບັດບັນດາຫຼັກການໃນວຽກງານກໍ່ສ້າງພັກຢ່່າງເຂັ້ມງວດ, ປ່ຽນແປງໃໝ່ແບບວິທີນໍາພາຂອງພັກເປັນປະຈໍາ. ກໍ່ສ້າງລັດ ແລະລະບົບ ການເມືອງໃຫ້ປອດໃສ, ໝັ້ນຄົງແຂ້ັມແຂງ, ຮອບດ້ານ;  ປັບປຸງກົນໄກຄວບຄຸມສິດອໍານາດຢ່າງແໜ້ນແຟ້ນ; ເດັດດ່ຽວ, ຢຶດໝັ້ນການຕໍ່ສູ້ປ້ອງກັນ, ຕ້ານການຊຸດໂຊມ, “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ; ຍູ້ແຮງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ຫລາດບັງຫຼວງ, ການຟຸມເຟືອຍ. ວຽກງານບຸກຄະລາກອນຕ້ອງແມ່ນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”, ສຸມໃສ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດທີ່ມີຄຸນນະທາດ, ກໍາລັງຄວາມສາມາດ ແລະອິດທິພົນຊື່ສຽງ, ທຽບເທົ່າກັບໜ້າທີ່; ເສີມຂະຫຍາຍຄວາມຮອບຜິດຊອບທີ່ເປັນແບບຢ່າງຂອງພະນັງານ, ສະມາຊິກພັກຕາມທິດນໍາຕຳແໜ່ງຍິ່ງສູງຍິ່ງຕ້ອງເປັນແບບຢ່າງ, ເປັນຕົ້ນແມ່ນກໍາມະການກົມການເມືອງ, ກໍາມະການຄະນະເລຂາທິການ, ກໍາມະການຄະນະບໍລິຫານງານສູນກາງພັກ.

ຈຸດໃໝ່ຂອງບົດຮຽນດັ່ງກ່າວເມື່ອທຽບໃສ່ບັນດາກອງປະຊຸມໃຫຍ່ຄັ້ງກ່ອນ ແມ່ນກໍານົດວ່າການກໍ່ສ້າງ, ປັບປຸງພັກຢ່າງຮອບດ້ານ: ນັບທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ; ເນັ້ນໜັກເຖິງການກໍ່ສ້າງລັດ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຮອບດ້ານ; ເນັ້ນໜັກເຖິງການປັບປຸງກົນໄກຄວບຄຸມອໍານາດຢ່າງແໜ້ນແຟ້ນ; ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການສ້າງຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ.

ບົດຮຽນທີສອງກ່ຽວກັບປະຊາຊົນ: ແມ່ນໃນທຸກວຽກງານຂອງພັກ ແລະລັດ, ຕ້ອງການຊາບຊຶມ, ປະຕິບັດທັດສະນະ “ປະຊາຊົນເປັນກົກ” ຢ່າງເຂັ້ມງວດ; ເຊື່ອໝັ້ນ, ເຄົາລົບ ແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຢຶດໝັ້ນປະຕິບັດຫຼັກການ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້”. ປະຊາຊົນເປັນໃຈກາງ, ເປັນເຈົ້າຂອງກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງເລີ່ມຈາກຄວາມມຸ່ງມາດປາດຖະໜາ, ສິດ ແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນ; ຮັດແໜ້ນສາຍພົວພັນຢ່າງໝັ້ນແກ່ນກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ຖືຄວາມຜາສຸກ, ຄວາມອີ່ມໜຳສຳລານຂອງປະຊາຊົນເປັນເປົ້າໝາຍສູ້ຊົນ, ປັບປຸງ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ, ລະບອບສັງຄົມນິຍົມ.

ຈຸດໃໝ່ຂອງບົດຮຽນນີ້ແມ່ນຕ້ອງປະຕິບັດຕາມທັດສະນະຖື “ປະຊາຊົນເປັນກົກ”, “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້”; ເນັ້ນໜັກເຖິງເລື່ອງຖືຄວາມຜາສຸກ, ຄວາມອີ່ມໜໍາສຳລານຂອງປະຊາຊົນເປັນເປົ້າໝາຍສູ້ຊົນ.

ບົດຮຽນທີສາມກ່ຽວກັບການຊີ້ນໍານໍາພາ, ການບໍລິຫານ, ການຈັດຕັ້ງປະຕິບັດ: ໃນການຊີ້ນໍາ, ນໍາພາ, ການບໍລິຫານ, ການຈັດຕັ້ງປະຕິບັດຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມີຄວາມມານະພະຍາຍາມສູງ, ມີກະທໍາຢ່າງຂ້ຽວຂາດ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ຕັ້ງໜ້າ, ມີບາດກ້າວເດີນທີ່ເໝາະສົມ, ເສີມຂະຫຍາຍທຸກແຫຼ່ງກໍາລັງ, ກໍາລັງໜູນ ແລະລັກສະນະດີເລີດຂອງລະບອບສັງຄົມ; ແກ້ໄຂບັນດາຂໍ້ຕິດຂັດຢ່າງທັນການ; ເຊີດຊູຄວາມຮັບຜິດຊອບຂອງຜູ້ນໍາໜ້າຕິດພັນກັບການເສີມຂະຫຍາຍກໍາລັງແຮງຢ່າງຄົບຊຸດຂອງລະບົບການເມືອງ, ຮັກສາລະບຽບວິໄນ; ຖືເປັນສໍາຄັນການສະຫຼຸບພຶດຕິກໍາຕົວຈິງ, ການຄົ້ນຄວ້າທິດສະດີ; ປະຕິບັດການປະສານສົມທົບກັນໃນການນໍາພາ, ຄຸ້ມຄອງ, ບໍລິຫານງານໃຫ້ເປັນຢ່າງດີ, ຖືເປັນສໍາຄັນຄຸນນະພາບ ແລະປະສິດທິຜົນຕົວຈິງ; ສ້າງບຸກທະລຸເພື່ອໃຫ້ການພັດທະນາ.

ຈຸດໃໝ່ຂອງບົດຮຽນດັ່ງກ່າວແມ່ນໃນການຊີ້ນໍາ, ນໍາພາ, ຈັດຕັ້ງການປະຕິບັດຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມີຄວາມມານະພະຍາຍາມສູງ, ມີການກະທໍາຢ່າງຂ້ຽວຂາດ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ມີບາດກ້າວເດີນທີ່ເໝາະສົມ, ເຊີດຊູຄຸນນະພາບ ແລະປະສິດທິຜົນຕົວຈິງ.

ບົດຮຽນທີສີ່ກ່ຽວກັບລະບອບລະບຽບການ ແລະການແກ້ໄຂສາຍພົວພັນຕ່າງໆ: ສຸມໃສ່ບຸລິມະສິດແກ່ການສ້າງລະບອບລະບຽບການພັດທະນາຢ່າງຄົບຊຸດ, ຮັບປະກັນຄວາມກົມກຽວລະຫວ່າງການສືບທອດ ແລະການປ່ຽນແປງໃໝ່, ລະຫວ່າງສະຖຽນລະພາບ ແລະການພັດທະນາ; ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະການປ່ຽນແປງໃໝ່ດ້ານການເມືອງ, ວັດທະນະທໍາ, ສັງຄົມ; ລະຫວ່າງການປະບັດຕາມກົດເກນຂອງຕະຫຼາດ ແລະການຮັບປະກັນຕາມການກໍານົດທິດສັງຄົມນິຍົມ; ລະຫວ່າງການເຕີບໂຕທາງດ້ານເສດຖະກິດກັບການພັດທະນາວັດທະນະທໍາ, ມະນຸດ, ແກ້ໄຂບັນດາບັນຫາສັງຄົມ, ປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມ; ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ລະຫວ່າງເອກະລາດ, ອິດສະຫຼະພາບກັບການເພີ່ມທະວີການພົວພັນຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ; ຖືເປັນສໍາຄັນ, ເສີມຂະຫຍາຍບົດບາດຂອງການສຶກສາ-ກໍ່ສ້າງ, ວິທະຍາສາດ ແລະເຕັກໂນໂລຢີໃນການພັດທະນາປະເທດຊາດຢ່າງມີປະສິດທິຜົນ.

ຈຸດໃໝ່ຂອງບົດຮຽນດັ່ງກ່າວແມ່ນເນັ້ນໜັກເຖິງການສຸມໃສ່ບຸລິມະສິດແກ່ການສ້າງລະບອບລະບຽບການພັດທະນາຢ່າງຄົບຊຸດ (ທັງດ້ານເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ).

ບົດຮຽນທີຫ້າກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ: ແມ່ນເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ຄາດຄະເນສະພາບການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ, ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄປຄຽງຄູ່ກັບການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງ, ກວ້າງຂວາງບົນພື້ນຖານຮັກສາເອກະລາດໄວ້ຢ່າງໝັ້ນຄົງ, ເປັນເຈົ້າຕົນເອງ, ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ແກ້ໄຂສາຍພົວພັນກັບບັນດາປະເທດຢ່າງຖືກຕ້ອງ, ມີປະສິດທິຜົນ, ຕີລາຄາທ່າອ່ຽງຢ່າງຖືກຕ້ອງ, ກໍາແໜ້ນກາລະໂອກາດ; ເສີມຂະຫຍາຍກໍາລັງແຮງສັງລວມຂອງປະເທດສົມທົບກັບກໍາລັງແຮງຂອງຍຸກສະໄໝ; ນໍາໃຊ້ທຸກແຫຼ່ງກໍາລັງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.

ຈຸດໃໝ່ຂອງບົດຮຽນນີ້ແມ່ນເນັ້ນໜັກເຖິງຄວາມເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ຄາດຄະເນສະພາບການຢ່າງຖືກຕ້ອງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ.

ໂດຍ: ທູຈາງ