“ຂົນຂວາຍປະຊາຊົນໄດ້ດີວຽກໃດກໍ່ປະສົບຜົນສຳເລັດ”

ນັກຂ່າວ (ນຂ): ໃນປະຫວັດສາດເວົ້າລວມ, ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ ແລະກິດຈະການປ່ຽນແປງໃໝ່ໃນປະຈຸບັນເວົ້າສະເພາະ, ມະຫາຊົນມີບົດບາດຕັດສິນ. ສະຫາຍມີຄວາມຄິດແນວໃດກ່ຽວກັບສິ່ງດັ່ງກ່າວນີ້?

ສະຫາຍ ຟ້າມເທ໊ຢວຽດ: ສິ່ງເຫຼົ່ານັ້ນໃຜກໍ່ຮູ້, ສຳລັບຂ້າພະເຈົ້າມີຄວາມຄິດແນວນີ້: ພວກເຮົາມີຄວາມຜາສຸກຍ້ອນມີລຸງໂຮ່, ຜູ້ນຳທີ່ປີຊາສາມາດເຄີຍຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງຜູ້ອອກແຮງງານໃນວິວັດການຊອກຫາເສັ້ນທາງປະຕິວັດ. ລຸງໂຮ່ເຂົ້າໃຈໄດ້ສະພາບການຂອງໂລກ, ບັນດາປະເທດຫົວເມືອງຂຶ້ນ, ຊົນຊາດທີ່ເປັນຂ້າທາດ, ຖືກກົດຂີ່ຂູດຮີດ. ຈາກນັ້ນ, ເພິ່ນເຂົ້າໃຈໄດ້ກຳລັງແຮງຂອງການປະຕິວັດແມ່ນເສີມຂະຫຍາຍບົດບາດຂອງມະຫາຊົນ, ບໍ່ມີປະຊາຊົນນັ້ນແມ່ນບໍ່ສາມາດເຮັດຫຍັງໄດ້.

leftcenterrightdel
ສະຫາຍ ຟ້າມເທ໊ຢວຽດ. ພາບ: ກວາງຮຸຍ.

ພືດຕິກຳຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ພັກເຮົາເມື່ອໄດ້ຮັບການສ້າງຕັ້ງຂຶ້ນແລ້ວຍາມໃດກໍ່ຕ້ອງຊາບຊຶມແນວຄິດຂອງປະທານໂຮ່ຈີມິນ ເພື່ອກໍ່ສ້າງພັກ ທີ່ເກີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ. ນັ້ນແມ່ນທັດສະນະສະເໝີຕົ້ນສະເໝີປາຍນັບແຕ່ພັກໄດ້ຮັບການສ້າງຕັ້ງຂຶ້ນຈົນມາຮອດປະຈຸບັນ. ສິ່ງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນຜ່ານການປະຕິວັດ, ຈົນຮອດການລຸກຮື້ຂຶ້ນຄັ້ງໃຫຍ່ໃນທົ່ວປະເທດຍາດເອົາເອກະລາດ, ພິເສດແມ່ນຜ່ານການຕໍ່ສູ້ຕ້ານຝະລັ່ງ, ຕ້ານອາເມລິກາ ແລະສົງຄາມປົກປັກຮັກສາປະເທດຊາດ.

ພິເສດ, ໃນໄລຍະມໍ່ໆມານີ້, ເມື່ອພະຍາດໂຄວິດ-19 ເກີດຂຶ້ນ, ຖ້າວ່າບໍ່ມີປະຊາຊົນຕອບສະໜອງຄຳຮຽກຮ້ອງຂອງພັກ, ປະຕິບັດສະເໝີຕົ້ນສະເໝີປາຍແຜນນະໂຍບາຍ, ນະໂຍບາຍຂອງລັດນັ້ນກໍ່ບໍ່ຮູ້ວ່າຈະເປັນແນວໃດ? ພວກເຮົາຄວບຄຸມ, ເປັນເຈົ້າການຕ້ານພະຍາດ, ເສີມຂະຫຍາຍກຳລັງທົດແທນຄືນຂະແໜງການຜະລິດ, ຂະແໜງການທີ່ມີເງື່ອນໄຂດຳເນີນທຸລະກິດໄດ້ເປັນຢ່າງດີແຕ່ວ່າພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກພະຍາດ, ຄື: ການທ່ອງທ່ຽວ, ການບິນ, ການບໍລິການ... ປະເທດສືບຕໍ່ໄດ້ມີການເຕີບໂຕເສດຖະກິດໃນເງື່ອນໄຂປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນພະຍາດ, ໄພທຳມະຊາດແບບບໍ່ເຄີຍມີມາກ່ອນ.

ໃນວຽກງານພົວພັນຕ່າງປະເທດ, ພວກເຮົາຍັງປັບປຸງ ແລະເສີມຂະຫຍາຍໄດ້ເປັນຢ່າງດີ. ພິເສດ, ໃນປີຜ່ານມາ, ຫວຽດນາມ ເຂົ້າຮ່ວມສັນຍາການຄ້າເສລີ (FTA) ໃໝ່ຈຳນວນໜຶ່ງ, ພົ້ນເດັ່ນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP)  ແລະສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA); ນີ້ເປັນການສະແດງໃຫ້ເຫັນບົດບາດຂອງຕົນໃນປີປະທານອາຊຽນ ແລະອາຍຸການເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ຈາກນັ້ນ, ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ທີ່ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ (18-11-1930 / 18-11-2020) ຜ່ານມາ, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຍົກອອກຢ່າງຈະແຈ້ງກ່ຽວກັບຄວາມສາມັກຄີບັນດາເຜົ່າ, ສາສະໜາ, ຊົນຊັ້ນ, ປະຊາຊົນທຸກຊັ້ນວັນນະ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຄວາມສາມັກຄີພາຍໃນພັກ, ທະຫານ-ປາຊົນຊົນ... ພັກເຮົາແມ່ນພັກນຳໜ້າບໍ່ພຽງແຕ່ແມ່ນຂອງຊົນຊັ້ນກຳມາກອນເທົ່ານັ້ນຫາກຍັງແມ່ນຂອງປະຊາຊົນຜູ້ອອກແຮງງານ, ຂອງທັງຊາດຫວຽດນາມ ອີກດ້ວຍ.

ນັກຂ່າວ: ໃນວິວັດການເຮັດວຽກ, ພິເສດເມື່ອດຳລົງຕຳແໜ່ງສຳຄັນເປັນຄະນະປະຈຳ-ຜູ້ປະຈຳການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫາຍມີອະນຸສອນໃດໃນວຽກງານຂົນຂວາຍປະຊາຊົນ, ໃນວຽກງານພົວພັນກັບປະຊາຊົນ?

ສະຫາຍ ຟ້າມເທ໊ຢວຽດ: ສາມາດເວົ້າໄດ້ວ່າ, ໃນເວລາກວ່າ 60 ປີໄປຕາມພັກເພື່ອເຄື່ອນໄຫວປະຕິວັດ, ທັດສະນະ “ປະຊາຊົນ” ໃນໃຈຂອງຂ້າພະເຈົ້າແມ່ນມີຄວາມຊາບຊຶ້ງທີ່ສຸດ, ຂ້າພະເຈົ້າໄດ້ເຮັດວຽກໃນຂະບວນການກຳມະກອນແລ້ວເຕີບໃຫຍ່ຜ່ານຫຼາຍຕຳແໜ່ງຢູ່ແຂວງກວ໋າງນິງ ຫຼັງຈາກນັ້ນຈຶ່ງເຂົ້າມາເຮັດວຽກຢູ່ສູນກາງ. ໃນຖານະຕຳແໜ່ງຕ່າງໆນັ້ນ, ຂ້າພະເຈົ້າຍາມໃດກໍ່ຊາບຊຶມ, ຮ່ຳຮຽນແນວຄິດຂອງລຸງໂຮ່ກ່ຽວກັບວຽກງານມະຫາຊົນ, ຮຽນເອົາສິ່ງທີ່ດີງາມຈາກຊົນຊັ້ນກຳມະກອນ ແລະປະຊາຊົນດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ຄວາມສະຫງຽມຄ່ຽມຄົມ, ຄວາມດຸໝັ່ນ, ປະຢັດ, ສັດຊື່ທ່ຽງທຳ.

leftcenterrightdel
ສະຫາຍ ຟ້າມເທ໊ຢວຽດ ປະທານຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ລົງຢ້ຽມຢາມເຂດຂຸດຄົ້ນບໍ່ຖ່ານຫີນ ມ້າວເຄ, ເດືອນກັນຍາ 2002. ພາບ: ກວາງຮຸຍ.

ຕອນຢູ່ສະຫະພັນກຳມະບານຫວຽດນາມ (ປະຈຸບັນແມ່ນສະຫະພັນແຮງງານຫວຽດນາມ), ຂ້າພະເຈົ້າໄດ້ລົງພົບປະກັບປະຊາຊົນເພື່ອທຳຄວາມເຂົ້າໃຈກ່ຽວກັບສະພາບການຂອງຂະແໜງອຸດສາຫະກຳ, ຊີວິດການເປັນຢູ່ຂອງກຳມະກອນ ແລະໄດ້ເຂົ້າຮ່ວມກັບລັດຖະບານ, ລາຍງານຕໍ່ພັກດ້ວຍຄວາມຈິງໃຈ, ກົງໄປກົງມາເພື່ອແກ້ໄຂນະໂຍບາຍໃຫ້ກຳມະກອນ, ແກ້ໄຂທີ່ບັນຫາຫຍຸ້ງຍາກໃນໄລຍະເກື້ອກູນ. ຕົວຢ່າງ, ການຄົ້ນຄວ້າລາຄາດຽວຂອງແຂວງລອງອານ, ແກ້ໄຂໄດ້ບັນຫາສະບຽງອາຫານຂອງທ່ານນາງ ບາທີ ຢູ່ນະຄອນໂຮ່ຈີມິນ, ການປ່ຽນແປງໃໝ່ການເຄື່ອນໄຫວຕ່ຳແຜ່ນ, ຍອມສີລອງອານ, ບັນດາໂຮງງານຕ່ຳແຜ່ນຢູ່ນະຄອນໂຮ່ຈີມິນ; ແກ້ໄຂການຕໍ່ສູ້ຢູ່ບັນດາບໍລິສັດຢາງພາລາຈືປາກ, ຢາລາຍ, ຜູ້ອຳນວຍການບໍລິສັດມີທ່າທີກົດຂີ່ຂູດຮີດກຳມະກອນ, ຂ້າພະເຈົ້າໄດ້ສະເໜີໃຫ້ອົງການໄອຍະການ, ສານປະຊາຊົນສູງສຸດລົງກວດກາ ແລະແກ້ໄຂຕາມຂໍ້ກຳນົດຂອງກົດໝາຍ.

ປະຊາຊົນມຸ່ງໄປສູ່ພັກດ້ວຍຄວາມມຸ່ງຫວັງຢ່າງໃຫຍ່ຫຼວງ

ນັກຂ່າວ: ທ້າຍເດືອນມັງກອນ, ຕ້ົນເດືອນກຸມພາ 2021, ພວກເຮົາໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ. ເມື່ອຫວນຄືນອາຍຸການຜ່ານມາ, ສະຫາຍມີຄວາມຮູ້ສຶກຄືແນວໃດ?

ສະຫາຍ ຟ້າມເທ໊ຢວຽດ: ອາຍຸການຜ່ານມາ, ພັກເຮົາໄດ້ນຳພາທົ່ວປວງຊົນ, ທົ່ວກອງທັບຍາດໄດ້ໄຊຊະນະຢ່າງຮອບດ້ານ. ວຽກງານພົວພັນພາຍໃນ, ພົວພັນຕ່າງປະເທດມີຫຼາຍຈຸດພົ້ນເດັ່ນສຳຄັນ. ພິເສດ, ພັກມີຄວາມຕັດສິນໃຈລົງໂທດຕໍ່ພະນັກງານຜູ້ທີ່ລະເມີດກົດໝາຍ. ຈາກນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ. ສາມາດຢັ້ງຢືນໄດ້ວ່າ ປີຜ່ານມາແມ່ນປີ “ທົດສອບຄວາມຫຍຸ້ງຍາກ”. ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນຍ້ອນໂລກພະຍາດ, ໄພທຳມະຊາດ ແລະຮັກສາໄດ້ຄວາມໝັ້ນຄົງ, ພັດທະນາ, ໄດ້ຮັບການຮັບຮູ້ຈາກເພື່ອນມິດສາກົນ.

ອາຍຸການຜ່ານມາພັກໄດ້ເສີມຂະຫຍາຍທົ່ວລະບົບການເມືອງ, ກຳລັງແຮງຂອງປະຊາຊົນ, ເສີມຂະຫຍາຍບົດບາດນຳພາຂອງຄະນະພັກຂັ້ນຕ່າງໆ, ເສີມຂະຫຍາຍກຳລັງແຮງຂອງບັນດາຂະແໜງການ, ກອງທັບ, ຕຳຫຼວດ... ຂ້າພະເຈົ້າຖືວ່າ, ໃນໄລຍະມໍ່ໆມານີ້, ໃນກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ, ຈາກຮາກຖານຈົນຮອດແຂວງ, ນະຄອນແມ່ນບໍ່ມີບັນຫາສັບສົນເກີດຂຶ້ນກ່ຽວກັບການເສຍຄວາມສາມັກຄີ, ສະແຫວງຫາຜົນປະໂຫຍດສ່ວນຕົວ, ພັກພວກ, ແຂວງນີ້ເມືອງນັ້ນ... ສ່ວນຫຼາຍແຕ່ລະບ່ອນໄດ້ສະຫຼຸບ, ຕີລາຄາບັນຫາທີ່ໄດ້ເຮັດໄດ້ເປັນຢ່າງດີໃນອາຍຸການ, ກຳນົດໄດ້ທິດທາງຂອງ 10 ປີ, 20 ປີ, 30 ປີ...

ເຖິງຢ່າງໃດກໍ່ຕາມ, ຖ້າເວົ້າວ່າທຸກສິ່ງທຸກຢ່າງດີໝົດກໍ່ບໍ່ແມ່ນ. ພວກເຮົາບໍ່ຄວນປະໝາດ. ລັກສະນະຕຳໜິຕິຊົມຕົນເອງບໍ່ທັນສູງ, ຄວາມອ່ອນດ້ອຍກໍ່ມີຢູ່ແຕ່ບໍ່ເວົ້າແບບກົງໄດ້. ຍັງມີບັນດາວຽກງານ ແລະບັນດາການລະເມີດຮ້າຍແຮງ, ກ່ຽວຂ້ອງເຖິງພະນັກງານຂັ້ນສູງໄດ້ ແລະພວມຕ້ອງແກ້ໄຂ...

ນັກຂ່າວ: ໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XII, ໜ້າທີ່ກໍ່ສ້າງ, ປັບປຸງພັກໄດ້ດໍາເນີນຢ່າງຂ້ຽວຂາດບັນລຸໄດ້ໝາກຜົນຫຼາຍຢ່າງ. ປັດໄຈໃດພາໃຫ້ໝາກຜົນດັ່ງກ່າວ ແລະບົດຮຽນໃດໄດ້ຖອດຖອນຈາກໜ້າທີ່ສຳຄັນນີ້, ຂໍຮຽນສະຫາຍ?

ສະຫາຍ ຟ້າມເທ໊ຢວຽດ: ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວບໍ່ແມ່ນງ່າຍດາຍ. ເພາະສະນັ້ນ, ຈຶ່ງບໍ່ຄວນ ແລະບໍ່ໄດ້ປະໝາດ. ພັກໄດ້ນຳພາຕ້ານການສໍ້ລາດບັງຫຼວງ, ລົງໂທດພະນັກງານທີ່ລະເມີດກົດໝາຍຢ່າງຂ້ຽວຂາດ. ແຕ່ວ່າຂ້າພະເຈົ້າມີຄວາມຄິດແນວນີ້, ຍາມໃດບັນດາທ້ອງຖິ່ນ, ອົງການ, ກົມກອງລ້ວນແຕ່ຍົກອອກໄດ້ກ່ຽວກັບກໍລະນີທີ່ຕົນເອງກໍ່ຂຶ້ນວ່າມີເທົ່າໃດ, ໂດຍບໍ່ແມ່ນປະຊາຊົນຮ້ອງຟ້ອງ, ສື່ມວນຊົນສ່ອງແສງ, ຕົນເອງຍົກອອກໄດ້ວ່າມີຜູ້ລະເມີດກົດໝາຍພາຍໃນ “ຈັກຄົນ”... ໝາຍຄວາມວ່າຕ້ອງແມ່ນຂະບວນການ, ກາຍເປັນການເຄື່ອນໄຫວໂດຍຕົນເອງປະຕິບັດ, ຕອນນີ້ຈຶ່ງເວົ້າໄດ້ວ່າແມ່ນເຂັ້ມແຂງ, ແມ່ນພື້ນຖານ.

ກອງປະຊຸມໃຫຍ່ຈະມາເຖິງ, ຂ້າພະເຈົ້າມີຄວາມສົນໃຈທີ່ສຸດຕໍ່ບົດລາຍງານສຳຫຼວດການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ. ສຳລັບເອກະສານຂ້າພະເຈົ້າເຫັນວ່າມີຄວາມຮອບຄອບ. ຂ້າພະເຈົ້າປາດຖະໜາວ່າ ການຕຳໜິຕິຊົມຕົນເອງ, ການສຳຫຼວດຕົນເອງຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຂອງບັນດາການນຳຫຼັກແຫຼ່ງຕ້ອງຊັດເຈນ, ກົງໄປກົງມາຕໍ່ໜ້າກອງປະຊຸມໃຫຍ່.

ສຳລັບບຸກຄະລາກອນ, ຂ້າພະເຈົ້າຖືວ່າ ໃນວຽກງານພະນັກງານແນ່ນອນຕ້ອງຖືເປັນສຳຄັນຕໍ່ຄວາມສາມາດຕົວຈິງ. ສະແດງຄວາມນັບຖືຢ່າງສູງຕໍ່ຜູ້ທີ່ມີຄວາມເກ່ັງກ້າສາມາດ. ຈົ່ງຄັດເລືອກເອົາຜູ້ທີ່ໄດ້ຮັບການທົດສອບຜ່ານຫຼາຍຕຳແໜ່ງ, ມີຄວາມສາມາດແບກຫາບນັ້ນຈຶ່ງຄວນເລືອກຕັ້ງເຂົ້າຮວ່ມໃນຕຳແໜ່ງສຳຄັນ.

ນັກຂ່າວ: ກ່ອນທີ່ປີໃໝ່ຈະວຽນມາ, ສະຫາຍໄດ້ຕັ້ງຄວາມຫວັງ, ຝາກຝັງຫຍັງແດ່ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ?

ສະຫາຍ ຟ້າມເທ໊ຢວຽດ: ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກມີຄວາມໝາຍສໍາຄັນທີ່ສຸດ, ບໍ່ພຽງແຕ່ຕັດສິນການກຳນົດທິດໃຫຍ່ພັດທະນາປະເທດໃນອາຍຸການ 5 ປີ ເທົ່ານັ້ນ, ຫາກຍັງຕັດສິນວິໄສທັດເຖິງປີ 2030, 2045 ອີກດ້ວຍ. ຫວັງວ່າກອງປະຊຸມໃຫຍ່ຈະປ່ອນບັດເລືອກຕັ້ງໄດ້ບັນດາສະຫາຍທີ່ມີຄວາມເກັ່ງກ້າສາມາດ, ຕອບສະໜອງຕາມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ບັນດາເອກະສານໄດ້ຮັບຄວາມເຫັນດີເປັນເອກະພາບສູງ; ປະຊາຊົນມຸ່ງໜ້າໄປຫາພັກ, ສະມາຊິກພັກກວ່າ 5 ລ້ານຄົນມຸ່ງໜ້າໄປຫາກອງປະຊຸມໃຫຍ່ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງຢ່າງໃຫຍ່ຫຼວງ. ບົດຮຽນຂອງອາຍຸການຜ່ານມາຕ້ອງເສີມຂະຫຍາຍໄດ້ວຽກດີ, ວຽກບໍ່ດີຕ້ອງດັດແປງແກ້ໄຂ. ຂໍ້ຈຳກັດກ່ຽວກັບການກໍ່ສ້າງ, ປັບປຸງພັກຕ້ອງແກ້ໄຂແຕ່ລຸ່ມຂຶ້ນເທິງໂດຍໄວ. ຖັນແຖວພະນັກງານຕ້ອງອົດທົນຮ່ຳຮຽນຍົກສູງຄວາມຮູ້, ຝຶກຝົນຫຼໍ່ຫຼອມ, ເປັນແບບຢ່າງ; ບໍ່ໃຫ້ຕົກເຂົ້າໃນປະກົດການເສື່ອມທາດຂາດຄຸນ, ຄື: ການສໍ້ລາດບັງຫຼວງ, ຟຸມເຟືອຍ, ພັກພວກ... ສິ່ງໃດບໍ່ເໝາະສົມກັບຄຸນສົມບັດຂອງຜູ້ເປັນພະນັກງານ, ສະມາຊິກພັກນັ້ນຈົ່ງລົບລ້າງປະຖິ້ມໄປ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ, ນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່...

ນັກຂ່າວ: ຂໍຂອບໃຈ!