ອະນຸມັດຜ່ານຍຸດທະສາດພັດທະນາວັດທະນະທໍາມາຮອດປີ 2030
    
    
    
        
            
ກປ.ອອນໄລ - ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫາກໍ່ເຊັນຂໍ້ຕົກລົງເລກທີ 1909/QĐ-TTg ອະນຸມັດຜ່ານຍຸດທະສາດພັດທະນາວັດທະນະທໍາປີ 2030.
        
        
        
            
	
		
			|     | 
		
			|  | 
		
			| ພິທີບູຊາຢາດນໍ້າຂອງຊາວ Jrai ຢູ່ ເຕີ໋ຍງວຽນ. ພາບ: ສໍານັກຂ່າວສານຫວຽດນາມ. | 
	
	ເປົ້າໝາຍຂອງຍຸດທະສາດແມ່ນກໍ່ສ້າງ ແລະພັດທະນາວັດທະນະທໍາ, ຊາວຫວຽດນາມ ຢ່າງຮອບດ້ານ, ສອດຄ່ອງດ້ວຍທ່າອ່ຽງຍຸກສະໄໝ, ຄວາມຮຽກຮ້ອງຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະບັນດາຜົນກະທົບໃຫຍ່ເຖິງເສດຖະກິດ-ສັງຄົມ ແລະມະນຸດຂອງໄພທຳມະຊາດ, ພະຍາດ; ສ້າງສິ່ງແວດລ້ອມວັດທະນະທໍາທີ່ປອດໄສ; ຮັດແຄບຊ່ອງຫວ່າງກ່ຽວກັບການຊົມໃຊ້ວັດທະນະທໍາລະຫວ່າງຕົວເມືອງ ແລະຊົນນະບົດເທື່ອລະກ້າວ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາວັດທະນະທໍາເຂດຊົນເຜົ່າສ່ວນໜ້ອຍ...
	ສູ້ຊົນຮອດປີ 2030, 100% ຫົວໜ່ວຍບໍລິຫານຂັ້ນແຂວງມີຄົບ 3 ຮູບການວັດທະນະທໍາ, ລວມມີ: ສູນວັດທະນະທໍາ ຫຼື ສູນວັດທະນະທໍາ-ສິລະປະ, ຫໍພິພິທະພັນ, ຫໍສະໝຸດ; 100% ຫົວໜ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງມີສູນວັດທະນະທໍາ-ກິລາ; ສູ້ຊົນເພື່ອໃຫ້ 95% ເຂດປູຊະນີຍະສະຖານແຫ່ງຊາດພິເສດ ແລະປະມານ 70% ເຂດປູຊະນີຍະສະຖານແຫ່ງຊາດທີ່ໄດ້ຮັບການບຸລະນະປະຕິສັງຂອນ; ມີເຂດມໍລະດົກແຫ່ງຊາດ 5 ແຫ່ງໄດ້ຮັບການຮັບຮອງຈາກ UNESCO... ນອກຈາກນັ້ນ, ຍຸດທະສາດຍັງເຕື້ອງເຖິງການບຸກທະລຸໃນການພັດທະນາຊັບພະຍາກອນມະນຸດໃນຂົງເຂດວັດທະນະທໍາ, ສິລະປະ; ຍູ້ແຮງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະຫັນປ່ຽນດີຈີຕອນໃນຂົງເຂດວັດທະນະທໍາ.
	ໂດຍ: ເກື່ອງດັ້ງ