ປິດຊຸດຝຶກອົບຮົມການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ
ກປ.ອອນໄລ - ຕອນເຊົ້າວັນທີ 20 ກັນຍາ, ພິທີປິດຊຸດຝຶກອົບຮົມ “ວິທີການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ” ໄດ້ຈັດຂຶ້ນທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການການທູດຫວຽດນາມ ຢູ່ຫຼາຍປະເທດ, ຄະນະທີ່ປຶກສາຊ່ຽວຊານ, ອາຈານສອນ ແລະຄູອາຈານຫວຽດນາມ ຢູ່ຕ່າງປະເທດ 500 ກວ່າຄົນ ທີ່ມາຈາກ 30 ປະເທດ ແລະເຂດແຄ້ວນ.
    |
 |
ທ່ານນາງ ຫວູຈີມາຍ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ Fukuoka, ຍີ່ປຸ່ນ ກ່າວຄໍາເຫັນທີ່ພິທີປິດ. ພາບ: ສໍານັກຂ່າວສານຫວຽດນາມ. |
ໂຄງການດັ່ງກ່າວ ໂດຍສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ສົມທົບກັບເຄືອຂ່າຍການສອນພາສາຫວຽດນາມ ແລະອະນຸລັກຮັກສາວັດທະນະທຳຫວຽດນາມທົ່ວໂລກ ຈັດຕັ້ງ.
ທີ່ພິທີປິດ, ຄະນະຈັດຕັ້ງ ໄດ້ປະກາດບັນດາການເຄື່ອນໄຫວທີ່ຈະມາເຖິງ ຄື: ເປີດຕົວເຄືອຂ່າຍການສອນພາສາຫວຽດນາມ ແລະອະນຸລັກຮັກສາວັດທະນະທຳຫວຽດນາມທົ່ວໂລກ ຢ່າງເປັນທາງການ, ການເຊື່ອມຕໍ່ທາງອອນລາຍໃນຂອບເຂດທົ່ວໂລກໃນວັນທີ 29 ກັນຍາ; ກໍ່ສ້າງ “ແຜນທີ່ບັນດາຊຸດຮຽນພາສາຫວຽດນາມ ໃນທົ່ວໂລກ” ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນນະໂຍບາຍໜູນຊ່ວຍ; ຮ່ວມມືກັບສະຖາບັນເຕັກໂນໂລຊີໄປສະນີ ແລະໂທລະຄົມມະນາຄົມ ກ່ຽວກັບການຫັນເອກະສານເປັນດີຈີຕອນ, ພັດທະນາສາງການຮຽນເອເລັກໂຕນິກ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮຽນ ແລະການສອນ; ຈັດຊຸດຝຶກອົບຮົມ ແລະໃຫ້ຄໍາປຶກສາເປັນແຕ່ລະໄລຍະ ເພື່ອໜູນຊ່ວຍຄູສອນຢູ່ຕ່າງປະເທດ ແລະແບ່ງປັນບົດຮຽນພາກປະຕິບັດຕົວຈິງ.
ໂດຍ: ໄຊຊະນະ