ຮ່າໂນ້ຍ ກະກຽມໃຫ້ແກ່ງານບຸນວັດທະນະທຳໂລກ ຄັ້ງທີ 1
ນີ້ແມ່ນເຫດການວັດທະນະທຳພົວພັນຕ່າງປະເທດທີ່ມີຂອບເຂດທົ່ວໂລກ
ຕາມຂໍ້ມູນຈາກຄະນະຈັດຕັ້ງ ຍົກອອກມາໃນວັນທີ 8 ຕຸລາ ໃຫ້ຮູ້ວ່າ ພິທີໄຂງານບຸນວັດທະນະທຳໂລກ ຢູ່ ຮ່າໂນ້ຍ ຄັ້ງທີ 1 ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 10 ຕຸລາ, ຢູ່ພະລາຊະວັງ ທັງລອງ. ພິທີອັດຈັດຂຶ້ນໃນວັນທີ 12 ຕຸລາ. ນີ້ແມ່ນເຫດການວັດທະນະທຳພົວພັນຕ່າງປະເທດທີ່ມີຂອບເຂດທົ່ວໂລກ, ແມ່ນການເຄື່ອນໄຫວວັດທະນະທຳການຕ່າງປະເທດຈຸດສຸມຂອງຫວຽດນາມ ໃນປີ 2025, ເຕົ້າໂຮມ 48 ປະເທດເຂົ້າຮ່ວມ.
    |
 |
ນີ້ແມ່ນເຫດການວັດທະນະທຳພົວພັນຕ່າງປະເທດທີ່ມີຂອບເຂດທົ່ວໂລກ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລ້ວ, ນີ້ແມ່ນງານບຸນວັດທະນະທຳຢູ່ ຫວຽດນາມ ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ຈາກຂົງເຂດວັດທະນະທຳແຫ່ງຊາດ ຕະຫຼອດຮອດບັນດາການສະແດງສິລະປະ, ສະແດງແຟຊັ່ນ ແລະ ອາຫານການກິນ… ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍ: ເຄົາລົບຄວາມເປັນຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ ແລະ ຢືນຢັນບົດບາດຂອງວັດທະນະທຳ ຄືດັ່ງຂົວເຊື່ອມຕໍ່ແບບຍືນຍົງລະຫວ່າງບັນດາຊາດ.
ດ້ວຍທິດນຳ “ວັດທະນະທຳເປັນພື້ນຖານ - ສິລະປະເປັນພາຫະນະ”, ງານບຸນນີ້ແມ່ນເພື່ອມຸ່ງໄປເຖິງກາຍເປັນເຫດການປະຈຳປີລະດັບສາກົນ.
ແຫຼ່ງຄັດຈາກ vovworld.vn