ການແຂ່ງຂັນໄດ້ເຕົ້າຮວມນັກກິລາ 1.200 ຄົນທີ່ມາຈາກ 82 ປະເທດ ແລະເຂດແຄ້ວນເຂົ້າຮ່ວມແຂ່ງຂັນ. ຄະນະນັກກິລາໜຸ່ມຫວຽດນາມ ຍາດໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ ແລະ 6 ຫຼຽນທອງ.

leftcenterrightdel
ນັກກິລາ ມາຍຕວນຮຸຍ ແລະ ດິງວັນດຶກແອງ ໄດ້ຮັບຫຼຽນຄຳໃນປະເພດ ມາຍ ມວຍ ອາຍຸ 14-15 ປີ. ພາບ: qdnd.vn

ຕີລາຄາການສະແດງຂອງຄະນະນັກກິລາມວຍໜຸ່ມຫວຽດນາມ, ທ່ານນາງ ຕື່ທິເລນາ, ຜູ້ທີ່ມີຄວາມຮັບຜິດຊອບວິຊາມວຍ, ກົມກິລາ-ກາຍະກຳຫວຽດນາມ ໃຫ້ຮູ້ວ່າ ບັນດານັກມວຍຫວຽດນາມ ໄດ້ແຂ່ງຂັນດ້ວຍຄວາມມານະພະຍາຍາມອັນສູງທີ່ສຸດ, ສະແດງໃຫ້ເຫັນຄວາມກ້າຫານໃນແຕ່ລະປະເພດແຂ່ງຂັນ.

ທ່ານນາງ ຕື່ທິເລນາ ເນັ້ນໜັກວ່າ: “ຜົນສຳເລັດໃນການແຂ່ງຂັນຊີງແຊມມວຍຊາວໜຸ່ມໂລກ 2025 ເປັນສັນຍານອັນດີ, ສ້າງກໍາລັງໜູນດ້ານຈິດໃຈອັນໃຫຍ່ຫຼວງໃຫ້ແກ່ທີມກ່ອນງານມະຫາກຳກິລາຊາວໜຸ່ມເຍົາວະຊົນອາຊີ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025. ເພື່ອກະກຽມໃຫ້ການແຂ່ງຂັນຄັ້ງນີ້, ຄະນະຄູເຝິກໄດ້ມີຄວາມລະມັດລະວັງໃນການຄັດເລືອກ, ຮັບປະກັນກຳລັງນັກກິລາທີ່ມີຄຸນນະພາບ, ເໝາະສົມກັບແຕ່ລະປະເພດແຂ່ງຂັນ”.

ບັນດາຜົນງານທີ່ໜ້າປະທັບໃຈໃນການແຂ່ງຂັນຊີງແຊມມວຍຊາວໜຸ່ມໂລກ 2025 ແມ່ນບາດກ້າວອັນສຳຄັນຂອງນັກກິລາຊາວໜຸ່ມສືບຕໍ່ເຕີບໂຫຍ່, ນໍາມວຍກາຍເປັນໜຶ່ງໃນບັນດາວິຊາກິລາທີ່ມີທ່າແຮງ, ປະກອບສ່ວນເຂົ້າໃນບັນດາຜົນງານລວມຂອງກິລາຫວຽດນາມ ໃນເວທີສາກົນ.

ໂດຍ: ຈາງຫງວຽນ