33 ບົດປະພັນສື່ມວນຊົນແຜ່ຂະຫຍາຍຄຸນຄ່າວັດທະນະທໍາ ແລະຊາວຮ່າໂນ້ຍ ໄດ້ຮັບການເຊີດຊູ
ກປ.ອອນໄລ - ຄະນະຈັດຕັ້ງລາງວັນໄດ້ຮັບ 352 ບົດປະພັນຈາກ 35 ອົງການສື່ມວນຊົນ, ໃນນັ້ນມີຫຼາຍອົງການສື່ມວນຊົນໃຫຍ່.
    |
 |
ນັກຂ່າວຍິງ ຟ້າມທິບິກງອັກ (ພະແນກຂ່າວ, ວິທະຍຸກະຈາຍສຽງຫວຽດນາມ) ໄດ້ຮັບລາງວັນ C. ພາບ: vovworld.vn |
ຕອນຄ່ຳວັນທີ 19 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດພິທີມອບ “ລາງວັນສື່ມວນຊົນກ່ຽວກັບການພັດທະນາວັດທະນະທຳ ແລະ ສ້າງຊາວ ຮ່າໂນ້ຍ ສຸພາບຮຽບຮ້ອຍ, ສີວິໄລ” ຄັ້ງທີ 8 ປີ 2025. ຄະນະຈັດຕັ້ງລາງວັນໄດ້ຮັບ 352 ບົດປະພັນຈາກ 35 ອົງການສື່ມວນຊົນ, ໃນນັ້ນມີຫຼາຍອົງການສື່ມວນຊົນໃຫຍ່, ຄື: ໂທລະພາບແຫ່ງຊາດຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ໜັງສືພິມ ເຍິນເຢິນ (ປະຊາຊົນ), ສຳນັກຂ່າວສານຫວຽດນາມ, ສະຖານີວິທະຍຸກະຈາຍສຽງ - ໂທລະພາບນະຄອນ ຮ່າໂນ້ຍ… ໂດຍສະແດງຄວາມເປັນກຽດທີ່ໄດ້ຮັບລາງວັນ C ໃນຄັ້ງນີ້, ນັກຂ່າວຍິງ ຟ້າມທິບິກງອັກ (ພະແນກຂ່າວ, ວິທະຍຸກະຈາຍສຽງ ຫວຽດນາມ), ໃຫ້ຮູ້ວ່າ:
“ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເມື່ອໄດ້ຮັບລາງວັນ C, ລາງວັນວັດທະນະທຳຊາວຮ່າໂນ້ຍ, ສີວິໄລ ສຸພາບຮຽບຮ້ອຍ”, ຂ້າພະເຈົ້າ ຢາກສົ່ງສານກ່ຽວກັບບັນດາຄວາມງາມອັນລະອຽດອ່ອນທີ່ຝັງເລິກໃນຄວາມລື້ງເຄີຍ, ໃນຊີວິດປະຈຳວັນ, ນັບແຕ່ວິຖີຊີວິດ, ເຄື່ອງນຸ່ງຖື ແລະ ສະຕິຄວາມຮັບຮູ້ຂອງຊາວ ຮ່າໂນ້ຍ”.
ໂດຍ: ກວຽດເຕິມ