ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ໃນຂະແໜງວັດທະນະທຳ
ກປ.ອອນໄລ - ວັນທີ 25 ກັນຍາ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະການທ່ອງທ່ຽວ ໄດ້ຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ຄັ້ງທີ IV, ໄລຍະ 2025-2030.
ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງບົດບາດຂອງຂະແໜງວັດທະນະທໍາ, ກິລາ ແລະການທ່ອງທ່ຽວ ເຂົ້າໃນຂະບວນການແຂ່ງຂັນ, ປະກອບສ່ວນເຂົ້າໃນບັນດາຜົນງານລວມຂອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງວັດທະນະທໍາ, ກິລາ ແລະການທ່ອງທ່ຽວ ສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊາດ, ກໍ່ສ້າງຊີວິດດ້ານວັດທະນະທຳທີ່ປອດໃສ; ສຸມໃສ່ສ້າງຮ່າງມະຕິຂອງກົມການເມືອງກ່ຽວກັບການຟື້ນຟູ ແລະພັດທະນາວັດທະນະທຳຫວຽດນາມ ໃນສັງກາດໃໝ່; ຕັດສິນໃຈລົງທຶນເຂົ້າໃນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳຕາມສິດອຳນາດໂດຍໄວ.
    |
 |
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີ (ເບື້ອງຂວາ) ມອບນາມມະຍົດວິລະຊົນແຮງງານ ໃຫ້ຄູຝຶກ ມາຍດຶກຈຸງ. ພາບ: qdnd.vn |
ຂະແໜງຈັດຕັ້ງການປຸກລະດົມ ແລະຜັນຂະຫຍາຍການແຂ່ງຂັນປະດິດສ້າງ, ແຜ່ຂະຫຍາຍບັນດາຂໍ້ລິເລີ່ມກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳ, ສ້າງສະພາບແວດລ້ອມວັດທະນະທຳທີ່ປອດໃສ ແລະຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ ແລະອຸດສາຫະກໍາບັນເທີງ; ເສີມຂະຫຍາຍກວ່າອີກບົດບາດຂອງວຽກງານສື່ມວນຊົນ, ພິມຈໍາໜ່າຍເຊິ່ງເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະລັດທາງດ້ານແນວຄິດ-ວັດທະນະທໍາ; ກໍ່ສ້າງລະບົບນິເວດສື່ດີຈີຕອນ, ການພິມຈຳໜ່າຍເອເລັກໂຕນິກຫຼາຍຮູບຫຼາຍແບບ, ນຳໃຊ້ເຕັກໂນໂລຊີໃໝ່ເພື່ອຮັບໃຊ້ປະຊາຊົນ; ສືບຕໍ່ພັດທະນາພາລະກິດກິລາ ແລະການທ່ອງທ່ຽວຂຶ້ນສູ່ລະດັບສູງໃໝ່.
ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີ ໄດ້ມອບນາມມະຍົດວິລະຊົນແຮງງານ ໃຫ້ຄູຝຶກ ມາຍດຶກຈຸງ, ຍ້ອນຜົນງານດີເດັ່ນໃນການອອກແຮງງານປະດິດສ້າງ, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງລັດທິສັງຄົມນິຍົມ ແລະປົກປັກຮັກສາປະເທດຊາດ.
ນອກຈາກນີ້, ຄະນະຈັດຕັ້ງ ໄດ້ມອບໃບຍ້ອງຍໍໃຫ້ 19 ກົມກອງລວມໝູ່ ແລະ 53 ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດໄລຍະ 2021-2025.
ໂດຍ: ໄຊຊະນະ