ໂຄສະນາເຜີຍແຜ່ ຫວຽດນາມ ຢູ່ Expo 2025
ກປ.ອອນໄລ - ວັນທີ 5 ຕຸລາ, ຢູ່ຫໍວາງສະແດງຫວຽດນາມ ຢູ່ເກາະ Yumeshima, ແຂວງ Kansai, ປະເທດ ຍີ່ປຸ່ນ, ລາຍການ “ວັນບຸນໄຫວ້ພະຈັນ ປຸ້ມລຸມກັນ” ສົມທົບກັບລາຍການພົບປະແລກປ່ຽນ “ພ້ອມກັນຮໍ່າຮຽນ, ພ້ອມກັນຮັກແພງພາສາຫວຽດນາມ” ໄດ້ດໍາເນີນໃນບັນຍາກາດຟົດຟື້ນ ແລະອົບອຸ່ນ.
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ດີເດັ່ນໃນຂອບເຂດ Expo 2025 Osaka, Kansai ດ້ວຍເປົ້າໝາຍຮັກສາພາສາຫວຽດນາມ ແລະໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ.
    |
 |
ເດັກນ້ອຍ ຮູ້ສຶກມ່ວນຊື່ນເມື່ອແລກປ່ຽນກັບນັກສິລະປິນຕຸກກະຕານ້ຳ ງອກຈຸ່ຍ. ພາບ: vovworld.vn |
ກ່າວຄຳເຫັນທີ່ເຫດການນີ້, ທ່ານນາງ ໂດ້ລານເຟືອງ, ຜູ້ອຳນວຍການຫໍວາງສະແດງຫວຽດນາມ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຮູ້ສຶກພາກພູມໃຈເມື່ອຮ່ວມເດີ່ນທາງກັບໂຮງຮຽນພາສາຫວຽດ ໄມ້ໄຜ່ ຈັດຕັ້ງລາຍການນີ້. ນີ້ບໍ່ພຽງແຕ່ແມ່ນໂອກາດສະເຫຼີມສະຫຼອງວັນບຸນໄຫວ້ພະຈັນ ເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອເຊື່ອມຕໍ່ວົງຄະນາຍາດ, ຮັກສາພາສາຫວຽດນາມ ແລະແນະນຳວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ, ພິເສດແມ່ນໃນຂອບເຂດ Expo 2025 ອີກດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ແຕ່ລະລາຍການຄືແນວນີ້ບໍ່ພຽງແຕ່ແຜ່ຂະຫຍາຍວັດທະນະທໍາຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງຈິດໃຈວົງຄະນາຍາດ ແລະຮັກສາພາສາຫວຽດ ໃຫ້ຄົນລຸ້ນຫຼັງອີກດ້ວຍ”.
ລາຍການ “ວັນບຸນໄຫວ້ພະຈັນປຸ້ມລຸມກັນ” ແລະການພົບປະແລກປ່ຽນ “ພ້ອມກັນຮໍ່າຮຽນ, ພ້ອມກັນຮັກພາສາຫວຽດນາມ” ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງ, ພິສູດໃຫ້ເຫັນຈິດໃຈເຊື່ອມໂຍງ ແລະຮັກສາສານທີ່ມີຄວາມໝາຍໃນໃຈ Expo 2025 Osaka.
ໂດຍ: ຈາງຫງວຽນ