ງານມະຫາກຳກິລາ ນັກຂ່າວ-ນັກຮົບ ຈັດຂຶ້ນຢ່າງຟົດຟື້ນ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ (20-10-1950 / 20-10-2025), ບັນຍາກາດອັນຟົດຟື້ນມ່ວນຊື່ນຂອງງານມະຫາກຳກິລາໂດຍໜັງສືພິມກອງທັບປະຊາຊົນ ຈັດຕັ້ງໃນວັນທີ 4 ຕຸລາ ຢູ່ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈອັນສວຍງາມ.
ງານມະຫາກຳກິລາຄັ້ງນີ້ ມີການເຂົ້າຮ່ວມຂອງບັນດາສະຫາຍໃນຄະນະບັນນາທິການ, ຜູ້ຕາງໜ້າການນຳບັນດາພະແນກ, ຄະນະ ພ້ອມດ້ວຍນັກກິລາ 100 ກວ່າຄົນທີ່ເປັນນັກຂ່າວ, ນັກບັນນາທິການ, ຜູ້ອອກແຮງງານ, ນັກຮົບ... ພວມເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ. ບັນດານັກກິລາໄດ້ເຂົ້າຮ່ວມການແຂ່ງຂັນກິລາບານເຕະ ແລະດຶງເຊືອກ.
ໝາກຜົນແມ່ນ ທີມປະສົມ ຫ້ອງຫ້ອງການ, ຫ້ອງຈໍາໜ່າຍ-ສື່ມວນຊົນ, ຫ້ອງການເງິນ ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນບານເຕະ; ໃນການແຂ່ງຂັນດຶງເຊືອກຍິງ, ທີມປະສົມ ພະແນກເສດຖະກິດ-ສັງຄົມ-ວຽກງານພາຍໃນ, ພະແນກເຫດການ-ພະຍານຫຼັກຖານ, ພະແນກໜັງສືພິມທ້າຍອາທິດ, ພະແນກເຕັກໂນໂລຢີຂໍ້ມູນຂ່າວສານ, ພະແນກວັດທະນະທໍາ-ກິລາ, ຄະນະຮູບພາບ ຍາດໄດ້ລາງວັນທີ 1; ໃນການແຂ່ງຂັນດຶງເຊືອກຊາຍ-ຍິງ, ທີມພະແນກໜັງສືພິມເອເລັກໂຕນິກ ຍາດໄດ້ລາງວັນທີ 1.
    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍບັນດາການນໍາຄະນະບັນນາທິການ ແລະນັກກິລາເຂົ້າຮ່ວມງານມະຫາກຳກິລາ. ພາບ: qdnd.vn |
    |
 |
ກໍລະນີໃນການແຂ່ງຂັນຊີງຊະນະເລີດບານເຕະ. ພາບ: qdnd.vn |
    |
 |
ການລະດົມກໍາລັງໃຈຂອງຜູ້ຊົມໄດ້ເພີ່ມເຕີມກໍາລັງໜູນໃຫ້ແກ່ທີມທີ່ເຂົ້າຮ່ວມການແຂ່ງຂັນດຶງເຊືອກ. ພາບ: qdnd.vn |
    |
 |
ການນໍາຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບລາງວັນກິລາບານເຕະ. ພາບ: qdnd.vn |
    |
 |
ການນໍາຄະນະບັນນາທິການ ພ້ອມດ້ວຍນັກກິລາ. ພາບ: qdnd.vn |
ໂດຍ: ຈາງຫງວຽນ