leftcenterrightdel
ນັກຮ້ອງ ດຶກຝຸກ ຍາດໄດ້ລາງວັນທີໜຶ່ງໃນການແຂ່ງຂັນດົນຕີສາກົນ Intervision 2025. ພາບ: vov.vn

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຄວາມມານະພະຍາຍາມດີທີ່ສຸດ ແລະຜົນສຳເລັດຢ່າງດີເດັ່ນຂອງນັກຮ້ອງ ດຶກຝຸກ ດ້ວຍນ້ຳສຽງທີ່ເຕັມໄປດ້ວຍພະລັງແຮງ ພ້ອມກັບການສະແດງທີ່ດີເລີດຜ່ານບົດເພງ “ຝູ່ດົງທຽນເວືອງ”. ຜົນງານນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ສຳລັບນັກຮ້ອງ ດຶກຝຸກເອງ ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈລວມຂອງພື້ນຖານດົນຕີແຫ່ງຍຸກສະໄໝ ແລະ ວັດທະນະທຳຫວຽດນາມ ອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາ ແລະເຊື່ອໝັ້ນວ່າ ໄຊຊະນະຢູ່ Intervision 2025 ຄັ້ງນີ້ຈະແມ່ນກຳລັງໜູນເພື່ອໃຫ້ນັກຮ້ອງ ດຶກຝຸກ ເວົ້າສະເພາະ ແລະຖັນແຖວນັກສິລະປິນຫວຽດນາມ ເວົ້າລວມ ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພື້ນຖານດົນຕີຂອງປະເທດຊາດ ແລະໂຄສະນາວັດທະນະທຳຫວຽດນາມ ອອກສູ່ໂລກ, ພ້ອມທັງສ້າງແຫຼ່ງບັນດານໃຈຢ່າງແຮງໃຫ້ແກ່ໄວໜຸ່ມຫວຽດນາມ ສືບຕໍ່ອຸທິດສ່ວນ ແລະມີຫົດຄິດປະດິດສ້າງ, ປະກອບສ່ວນສິ່ງຍອດຍິ່ງຫວຽດນາມ ເຂົ້າໃນກະແສຄວາມສີວິໄລມວນມະນຸດ.

ແຫຼ່ງຄັດຈາກ: vovworld.vn