ປະທານສະພາແຫ່ງຊາດຮຸງກາຣີ ເຂົ້າຮ່ວມງານວາງສະແດງຮູບພາບກ່ຽວກັບນະຄອນໂຮ່ຈີມິນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 19 ຕຸລາ, ຢູ່ຫໍພິພິທະພັນນະຄອນ ໂຮ່ຈີມິນ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ໄດ້ເຂົ້າຮ່ວມ ແລະຕັດແຖບຜ້າເປີດງານວາງສະແດງ “ຮູບພາບຂອງທ່ານ Dezső - ແພດໝໍທະຫານເຮືອຊາວຮຸງກາຣີ ໃນຕົ້ນສະຕະວັດທີ 20 ທີ່ນະຄອນ ໂຮ່ຈີມິນ”.