ທີ່ການພົບປະ, ທ່ານ Lee Jae Myung ຖືວ່າ ສອງປະເທດພວມມີເງື່ອນໄຂທີ່ສະດວກ ເພື່ອສ້າງວິໄສທັດຍຸດທະສາດໃໝ່ໃຫ້ແກ່ການຮ່ວມມື, ສ້າງກາລະໂອກາດພ້ອມກັນພັດທະນາ ແລະມຸ່ງໄປເຖິງອະນາຄົດທີ່ວັດທະນາຖາວອນລວມແບບຍືນຍົງ; ຢືນຢັນວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຫວຽດນາມ ບົນເສັ້ນທາງຫັນເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ນໍາຫວຽດນາມ ໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີອຸດສາຫະກຳທັນສະໄໝໃນປີ 2030 ແລະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.

leftcenterrightdel
ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ  Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn

ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ມີປະສິດທິຜົນ ແລະແທດຈິງ, ທ່ານ ເລມິງຮືງ ສະເໜີໃຫ້ສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງບົນພື້ນຖານເປີດກວ້າງການຮ່ວມມືແທດຈິງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການທູດ; ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດ, ສ້າງພື້ນຖານການເມືອງອັນໜັກແໜ້ນ ເພື່ອເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ທ່ານ ເລມິງຮືງ ຖືວ່າ ສອງຝ່າຍຄວນຍູ້ແຮງການຮ່ວມສໍາພັນດ້ານເສດຖະກິດໂດຍສຸມໃສ່ເຂົ້າໃນການການປ່ຽນແປງໃໝ່ ແລະຍົກສູງຄຸນນະພາບການຮ່ວມມື; ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍປະຕິບັດບັນດາກຸ່ມໜ້າທີ່ວຽກງານໃນແຜນການດໍາເນີນງານປະຕິບັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 150 ຕື້ໂດລາສະຫະລັດ ຕາມທິດດຸນດ່ຽງກວ່າໃນປີ 2030; ສືບຕໍ່ເປີດຕະຫຼາດໃຫ້ແກ່ສິນຄ້າຂອງສອງປະເທດ; ສະເໜີໃຫ້ຝ່າຍ ສ.ເກົາຫຼີ ໜູນຊ່ວຍເພີ່ມທະວີອັດຕາການນຳໃຊ້ຜະລິດຕະພັນພາຍໃນປະເທດ ແລະການເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ໃນຕ່ອງໂສ້ການສະໜອງການຜະລິດຂອງ ສ.ເກົາຫຼີ; ມີນະໂຍບາຍໜູນຊ່ວຍວິສາຫະກິດຫວຽດນາມ ລົງທຶນ ແລະດຳເນີນທຸລະກິດຢູ່ ສ.ເກົາຫຼີ; ແບ່ງປັນບົດຮຽນໃນຂົງເຂດປ່ຽນແປງໃໝ່ດ້ານການເງິນ, ການກວດກາ, ຕິດຕາມກວດກາທະນາຄານ ແລະການບໍລິຫານ, ເຂົ້າຮ່ວມໃນບັນດາສູນການເງິນສາກົນຂອງ ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທ່ານ ເລມິງຮືງ ຍັງສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນ; ການເຊື່ອມຕໍ່ຍຸດທະສາດໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ຍືນຍົງລະຫວ່າງສອງປະເທດ; ຂະຫຍາຍການຮ່ວມມືດ້ານຊັບພະຍາກອນມະນຸດ, ວັດທະນະທຳ, ການທ່ອງທ່ຽວ ແລະຍູ້ແຮງການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ສ່ວນທ່ານ Lee Jae Myung ເຫັນດີຕໍ່ກັບຂໍ້ສະເໜີຂອງທ່ານ ເລມິງຮືງ; ພ້ອມທັງຢືນຢັນຈະສົມທົບກັບຫວຽດນາມ ຊອກຫາມາດຕະການ ເພື່ອຍົກວົງເງິນການຄ້າສອງປະເທດໃຫ້ບັນລຸລະດັບ 150 ຕື້ໂດລາສະຫະລັດໃນປີ 2030 ຕາມທິດດຸນດ່ຽງກວ່າ; ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າ ໃນຕ່ອງໂສ້ການສະໜອງທົ່ວໂລກຂອງ ສ.ເກົາຫຼີ.

* ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 23 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn

ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງສະພາບແວດລ້ອມດ້ານນິຕິກໍາທີ່ໂປ່ງໃສ, ສະດວກເພື່ອໃຫ້ວິສາຫະກິດ ສ.ເກົາຫຼີ ມີຄວາມອຸ່ນອ່ຽນໃຈລົງທຶນທີ່ຍາວນານ ແລະໝັ້ນທ່ຽງຢູ່ຫວຽດນາມ, ປະຕິບັດຕາມກົດໝາຍຂອງຫວຽດນາມ.

ທ່ານ Lee Jae Myung ຖືວ່າ ຈຸດຄ້າຍຄືກັນດ້ານປະຫວັດສາດ, ວັດທະນະທຳ ແລະຈິດໃຈລະຫວ່າງສອງປະເທດຈະແມ່ນພື້ນຖານອັນໜັກແໜ້ນ ເພື່ອໃຫ້ ສ.ເກົາຫຼີ ແລະ ຫວຽດນາມ ສືບຕໍ່ນຳການພົວພັນສອງປະເທດພັດທະນາຢ່າງແຂງແຮງກວ່າເກົ່າ.

leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະ. ພາບ: qdnd.vn

ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍເຫັນດີສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ເລິກເຊິ່ງກວ່າອີກໂດຍຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຄະນະກຳມາທິການຂອງສະພາແຫ່ງຊາດ, ເພີ່ມທະວີການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ; ເສີມຂະຫຍາຍບົດບາດຕິດຕາມກວດກາ, ຊຸກຍູ້ບັນດາຄຳໝັ້ນສັນຍາ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງພື້ນຖານການເມືອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ຍືນຍົງ, ພ້ອມທັງເພີ່ມທະວີການພົບປະແລກປ່ຽນທາງດ້ານວັດທະນະທຳ-ກິລາ ແລະຂຸດຄົ້ນຄວາມສາມາດບ່ົມຊ້ອນການຮ່ວມມືໃນຂົງເຂດເສດຖະກິດ-ການລົງທຶນ-ເຕັກໂນໂລຊີ ໃຫ້ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

ໂດຍ: ທູຈາງ