ແອັດໂຕນີ ຖືເປັນສໍາຄັນການພົວພັນກັບ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 22 ເມສາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Margus Tsahkna ລັດຖະມົນຕີກະຊວງການຕ່າງປະເທດ ແອັດໂຕນີ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທີ່ການຕ້ອນຮັບ, ທ່ານ ເລມິງຮຶງ ຊົມເຊີຍບັນດາຜົນງານພັດທະນາຂອງແອັດໂຕນີ ທີ່ບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນເລື່ອງ ແອັດໂຕນີ ກາຍເປັນສູນເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ເອີລົບກາງ-ເອີລົບຕາເວັນອອກ ແລະເປັນໜຶ່ງໃນບັນດາປະເທດນໍາໜ້າໃນການພັດທະນາລັດຖະບານເອເລັກໂຕນິກໃນໂລກ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການປັບປຸງ ແລະພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ແອັດໂຕນິີ ເປັນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນ Baltic ແລະເປັນສະມາຊິກທີ່ຕັ້ງໜ້າຂອງສະຫະພາບເອີລົບ (ອີຢູ).
    |
 |
|
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Margus Tsahkna ລັດຖະມົນຕີກະຊວງການຕ່າງປະເທດ ແອັດໂຕນີ. ພາບ: VGP |
ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ ແລະທ່າແຮງບົ່ມຊ້ອນໃນການຮ່ວມມືແມ່ນຍັງຫຼາຍຢູ່, ທ່ານນາຍົກລັດຖະມົນຕີ ສະເໜີ ສອງຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກລະດັບ, ໂດຍສະເພາະແມ່ນລະດັບສູງ, ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ສ້າງການຫັນປ່ຽນຢ່າງແທດຈິງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນເພີ່ມວົງເງິນການຄ້າສອງຝ່າຍໃນໄລຍະຈະມາເຖິງໃຫ້ສູງກວ່າອີກ; ຕັ້ງໜ້າຜັນຂະຫຍາຍເສົາຄໍ້າຫຼັກຂອງສອງປະເທດກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ ແລະນະວັດຕະກໍາ; ເພີ່ມທະວີການຮ່ວມມືໃນຂົງເຂດການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: VGP |
ກ່ຽວກັບບັນດາຂົງເຂດບຸລິມະສິດ, ທ່ານ ເລມິງຮຶງ ຕີລາຄາສູງທ່າແຮງຂອງແອັດໂຕນີ ໃນຂົງເຂດເຕັກໂນໂລຊີ, ປັນຍາປະດິດ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ; ສະເໜີແອັດໂຕນີ ເພີ່ມທະວີການແບ່ງປັນບົດຮຽນ, ຖ່າຍທອດເຕັກໂນໂລຊີ ແລະໜູນຊ່ວຍຫວຽດນາມ ໃນຂົງເຂດບຸລິມະສິດ, ໃນນັ້ນສຸມໃສ່ເຂົ້າໃນການພັດທະນາລັດຖະບານເອເລັກໂຕນິກ, ການຫັນເປັນດີຈີຕອນຮອບດ້ານ, ສ້າງ ແລະດໍາເນີນງານສູນຂໍ້ມູນ, ຮັບປະກັນຄວາມປອດໄພທາງໄຊເບີ; ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີ robot, ການຜະລິດອັດສະລິຍະ, ອັດຕະໂນມັດອຸດສາຫະກໍາ, ການນໍາໃຊ້ AI, ປະກອບສ່ວນຍົກສູງສະມັດຕະພາບແຮງງານ ແລະກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດຫວຽດນາມ.
ສ່ວນທ່ານ Margus Tsahkna ຢັ້ງຢືນວ່າ ແອັດໂຕນີ ຖືເປັນສໍາຄັນການພົວພັນ ກັບຫວຽດນາມ, ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ນໍາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ພັດທະນາໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ. ທ່ານ Margus Tsahkna ເນັ້ນໜັກວ່າ ຝ່າຍແອັດໂຕນີ ຈະໜູນຊ່ວຍຫວຽດນາມ ໃນການບໍາລຸງສ້າງ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນໃນບັນດາຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ເສດຖະກິດດີຈີຕອນ, ປັນຍາປະດິດ.
ໂດຍ: ໄຊຊະນະ