    |
 |
|
ບັນຍາກາດທີ່ພິທີຕ້ອນຮັບ. ພາບ: qdnd.vn |
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ກວດແຖວກຽດຕິຍົດກອງທັບ ປະຊາຊົນຫວຽດນາມ. ພາບ: qdnd.vn |
ພາຍຫຼັງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການພົບປະສອງຝ່າຍ.
ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ໄດ້ລົງເລິກແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ, ສາຍພົວພັນສອງຝ່າຍ ແລະບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການຮ່ວມມືຍຸດທະສາດໃນລະດັບສູງໃໝ່; ຜັນຂະຫຍາຍບັນດາກົນໄກ, ຂໍ້ຕົກລົງການຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ; ເປີດກວ້າງການຮ່ວມມືໃນຂົງເຂດຈຸດສຸມ, ຄື: ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບກັນແກ້ໄຂບັນຫາຄວາມໝັ້ນຄົງທີ່ບໍ່ເປັນການທະຫານ ແລະອາດຊະຍາກຳຂ້າມຊາດ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn |
ສອງຝ່າຍເນັ້ນໜັກເຖິງການຜັນຂະຫຍາຍວິໄສທັດຍຸດທະສາດກ່ຽວກັບການຮ່ວມສໍາພັນດ້ານເສດຖະກິດໃນສະພາບການໃໝ່, ໃນນັ້ນພ້ອມກັນມານະພະຍາຍາມປະຕິບັດສໍາເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸລະດັບ 150 ຕື້ໂດລາສະຫະລັດ ໃນປີ 2030; ໃຫ້ຄຳໝັ້ນສັນຍາຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ເປີດຕະຫຼາດການສົ່ງອອກ-ນຳເຂົ້າໃຫ້ແກ່ສິນຄ້າຂອງກັນ; ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມໃນຕ່ອງໂສ້ການສະໜອງການຜະລິດຂອງ ສ.ເກົາຫຼີ ແລະສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານ ໂຕເລິມ ຕີລາຄາສູງຕໍ່ການເຂົ້າຮ່ວມລົງທຶນ ແລະການປະກອບສ່ວນຂອງບັນດາວິສາຫະກິດ ສ.ເກົາຫຼີ ຕໍ່ກັບວິວັດການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ; ຊົມເຊີຍວິສາຫະກິດ ສ.ເກົາຫຼີ ທີ່ໄດ້ຂະຫຍາຍຂອບຂະໜາດການລົງທຶນເຂົ້າໃນຂົງເຂດບຸລິມະສິດ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຕົວເມືອງອັດສະລິຍະ, ເຄິ່ງຊັກນໍາໄຟຟ້າ, ສູນຂໍ້ມູນປັນຍາປະດິດຂະໜາດໃຫຍ່, ການຮ່ວມມືທ່າເຮືອອັດສະລິຍະ ແລະການກໍ່ສ້າງທ່າເຮືອລຸ້ນໃໝ່.
    |
 |
|
ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ພ້ອມດ້ວຍຄະນຜູ້ແທນຂັ້ນສູງ ສ.ເກົາຫຼີ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ສ່ວນທ່ານປະທານາທິບໍດີ Lee Jae Myung ໄດ້ສະແດງຄວາມຂອບໃຈ ແລະປາດຖະໜາຢາກລັດຖະບານຫວຽດນາມ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍເພື່ອແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດໃນບັນດາໂຄງການລົງທຶນຂອງວິສາຫະກິດ ສ.ເກົາຫຼີ ຢູ່ຫວຽດນາມ; ໃຫ້ຄຳໝັ້ນສັນຍາຈະສົມທົບຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອຜັນຂະຫຍາຍແຫຼ່ງທຶນຈາກກອງທຶນສົ່ງເສີມການຮ່ວມມືດ້ານເສດຖະກິດ (EDCF) ແລະກອງທຶນຮ່ວມມືພັດທະນາເສດຖະກິດ (EDPF) ຢ່າງມີປະສິດທິຜົນ, ໂດຍສຸມໃສ່ຂົງເຂດພື້ນຖານໂຄງລ່າງຍຸດທະສາດຂອງຫວຽດນາມ.
ໄປຄຽງຄູ່ກັນນັ້ນ, ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະຫັນເປັນດີຈີຕອນໃຫ້ກາຍເປັນແຮງຂັບເຄື່ອນທີ່ສຳຄັນ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ແລະເປົ້າໝາຍພັດທະນາຂອງແຕ່ລະປະເທດ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານປະທານາທິບໍດີ Lee Jae Myung ໃຫ້ຮູ້ວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນເຕັກໂນໂລຊີໃນຂະແໜງອຸດສາຫະກຳໃນອະນາຄົດ, ຄື: ປັນຍາປະດິດ, ເຄິ່ງຊັກນໍາໄຟຟ້າ, ພະລັງງານສະອາດ, ບຳລຸງສ້າງຊັບພະຍາກອນມະນຸດ; ພ້ອມທັງສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ລະບົບນິເວດນະວັດຕະກຳ ແລະການເລີ່ມດໍາເນີນທຸລະກິດຢ່າງມີຫົວຄິດປະດິດສ້າງລະຫວ່າງສອງປະເທດ.
ການນຳສອງທ່ານ ໄດ້ແລກປ່ຽນທັດສະນະກ່ຽວກັບການສືບຕໍ່ຂະຫຍາຍການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ ຈະສ້າງພື້ນຖານອັນໜັກແໜ້ນເພື່ອຊຸກຍູ້ສາຍພົວພັນສອງປະເທດໃຫ້ພັດທະນາແບບຍືນຍົງ ແລະຍາວນານ. ທ່ານ ໂຕເລິມ ສະເໜີໃຫ້ຝ່າຍ ສ.ເກົາຫຼີ ໜູນຊ່ວຍຫວຽດນາມ ພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງ ແລະແບ່ງປັນປະສົບການໃນການໂຄສະນາການທ່ອງທ່ຽວ.
ເມື່ອແລກປ່ຽນກ່ຽວກັບການຮ່ວມມືໃນເວທີປາໄສຫຼາຍຝ່າຍ, ທ່ານ ໂຕເລິມ ຢືນຢັນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບ ສ.ເກົາຫຼີ ເພື່ອຜັນຂະຫຍາຍແຜນການດໍາເນີນງານ ອາຊຽນ-ເກົາຫຼີ 2026-2030 ຢ່າງມີປະສິດທິຜົນ, ສົມທົບກັບບັນດາປະເທດແມ່ນ້ຳຂອງຊຸກຍູ້ການຈັດກອງປະຊຸມສຸດຍອດ ແມ່ນ້ຳຂອງ-ສ.ເກົາຫຼີ ໃນປີ 2026, ຜ່ານນັ້ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນຢ່າງສຸດຂີດ, ເພີ່ມທະວີການຮ່ວມສໍາພັນດ້ານເສດຖະກິດ, ສ້າງຕ່ອງໂສ້ມູນຄ່າໃໝ່ທີ່ເຂັ້ມແຂງ ແລະຍືນຍົງ.
ການນຳຂັ້ນສູງສອງປະເທດ ໄດ້ແບ່ງປັນວິໄສທັດຮ່ວມ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ສັນຕິພາບຢູ່ໃນແຫຼມເກົາຫຼີ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ພົບປະກັບສື່ມວນຊົນ ເພື່ອແຈ້ງຜົນການພົບປະສອງຝ່າຍ. ພາບ: qdnd.vn |
* ພາຍຫຼັງການພົບປະສອງຝ່າຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານປະທານາທິບໍດີ Lee Jae Myung ໄດ້ພົບປະກັບສື່ມວນຊົນເພື່ອແຈ້ງຜົນການພົບປະ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ເປັນສັກຂີພິຍານພິທີແລກປ່ຽນ ເອກະສານຂໍ້ຕົກລົງການຮ່ວມມື 12 ສະບັບໃນຫຼາຍຂົງເຂດ. ພາບ: qdnd.vn |
* ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ໄດ້ເປັນສັກຂີພິຍານພິທີແລກປ່ຽນ ເອກະສານຂໍ້ຕົກລົງການຮ່ວມມື 12 ສະບັບ ໃນຫຼາຍຂົງເຂດລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ.
ໂດຍ: ທູຈາງ