ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທູດມົງໂກນ ເຂົ້າຢ້ຽມອໍາລາ
ກປ.ອອນໄລ - ຕອນບ່າຍວັນທີ 21 ເມສາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ເລຮວ່າຍຈູງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ Jigjee Sereejav, ເອກອັກຄະລັດຖະທູດມົງໂກນ ປະຈໍາ ຫວຽດນາມ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ.
ທ່ານ ເລຮວ່າຍຈູງ ສະແດງຄວາມຊົມເຊີຍຕໍ່ທ່ານທູດ Jigjee Sereejav ທີ່ໄດ້ປະຕິບັດສໍາເລັດໜ້າທີ່ການທູດເປັນຢ່າງດີ, ພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ, ສຸດຈິດສຸດໃຈຂອງທ່ານທູດ ໃນການເພີ່ມພູນຄູນສ້າງ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ກັບມົງໂກນ ເລິກເຊິ່ງກວ່າອີກ; ຢືນຢັນວ່າ ໃນໄລຍະປະຕິບັດໜ້າທີ່ຂອງທ່ານທູດຢູ່ຫວຽດນາມ, ການພົວພັນລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາຢ່າງແຂງແຮງ ແລະບັນລຸໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍຂົງເຂດ.
ທ່ານ ເລຮວ່າຍຈູງ ຢືນຢັນການຖືເປັນສໍາຄັນຕໍ່ບົດບາດ ແລະທີ່ຕັ້ງຂອງມົງໂກນ ກໍຄືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ທ່ານ ເລຮວ່າຍຈູງ ເນັ້ນໜັກວ່າ ສອງປະເທດຄວນຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ມົງໂກນ ໃຫ້ຫຼາຍກວ່າອີກ; ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນດ້ວຍຫຼາຍຮູບແບບທີ່ມີຄວາມໄຫວພິບ ເພື່ອແບ່ງປັນ ແລະສົມທົບດ້ານນະໂຍບາຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ; ສະເໜີໃຫ້ຝ່າຍມົງໂກນ ອໍານວຍຄວາມສະດວກແກ່ວິສາຫະກິດຫວຽດນາມ ເຂົ້າມາລົງທຶນໃນຂົງເຂດພະລັງງານສະອາດ, ກໍ່ສ້າງ, ຊຸກຍູ້ການຮ່ວມມືທ້ອງຖິ່ນ ແລະພົບປະແລກປ່ຽນລະຫວ່າງປະຊາຊົນ.
    |
 |
|
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Jigjee Sereejav ເອກອັກຄະລັດຖະທູດມົງໂກນ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Jigjee Sereejav ສົ່ງຄໍາອວຍພອນຂອງທ່ານນາງ Batmunkh Battsetseg ລັດຖະມົນຕີກະຊວງການຕ່າງປະເທດມົງໂກນ ມາຍັງທ່ານ ເລຮວ່າຍຈູງ ທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນກໍາມະການກົມການເມືອງ, ສະມາຊິກສະພາແຫ່ງຊາດ ແລະລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມທັງສະແດງຄວາມຂອບໃຈຕໍ່ອາລົມຈິດ ແລະຄວາມເອົາໃຈໃສ່ຂອງທ່ານ ເລຮວ່າຍຈູງ ທີ່ສະຫງວນໃຫ້ແກ່ສາຍພົວພັນ ຫວຽດນາມ-ມົງໂກນ ໃນຫຼາຍປີຜ່ານມາ ກໍຄືໃຫ້ແກ່ບັນດາອົງການຕາງໜ້າຕ່າງປະເທດ ປະຈໍາຫວຽດນາມ, ໃນນັ້ນມີສະຖານທູດມົງໂກນ.
ທ່ານ Jigjee Sereejav ຢືນຢັນວ່າ ບໍ່ວ່າຈະຢູ່ໃນຖານະຕໍາແໜ່ງໃໝ່ໃດກໍຕາມ, ທ່ານທູດ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະມົງໂກນ.
ໂດຍ: ທູຈາງ