ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືດ້ານຄວາມປອດໄພຂໍ້ມູນຂ່າວສານສາກົນ ພາຍຫຼັງຂີດໝາຍສົນທິສັນຍາຮ່າໂນ້ຍ
ກປ.ອອນໄລ - ວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເລແອັງຕວ໊ນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບທ່ານ Artur Lyukmanov, ທູດພິເສດຂອງປະທານາທິບໍດີ ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືສາກົນໃນຂົງເຂດຄວາມປອດໄພຂໍ້ມູນຂ່າວສານສາກົນ, ຫົວໜ້າກົມຄວາມປອດໄພຂໍ້ມູນຂ່າວສານສາກົນ, ກະຊວງການຕ່າງປະເທດ ລັດເຊຍ.
    |
 |
|
ທ່ານ ເລແອັງຕວ໊ນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທ່ານ Artur Lyukmanov, ທູດພິເສດຂອງປະທານາທິບໍດີ ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືສາກົນໃນຂົງເຂດຄວາມປອດໄພຂໍ້ມູນຂ່າວສານສາກົນ, ຫົວໜ້າກົມຄວາມປອດໄພຂໍ້ມູນຂ່າວສານສາກົນ, ກະຊວງການຕ່າງປະເທດ ລັດເຊຍ. ພາບ: mofa.gov.vn |
ໃນການພົບປະ, ທ່ານ ເລແອັງຕວ໊ນ ໃຫ້ຮູ້ວ່າ ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາຮ່າໂນ້ຍ ແລະຍື່ນສາລະບານເອກະສານໃຫ້ແກ່ກອງເລຂາສະຫະປະຊາຊາດ ໃນວັນທີ 17 ເມສາ ປີ 2026, ກາຍເປັນປະເທດທຳອິດຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ແລະເປັນປະເທດທີສາມໃນໂລກທີ່ຍື່ນເອກະສານໃຫ້ສັດຕະຍາບັນສົນທິສັນຍາສະບັບດັ່ງກ່າວ. ຫວຽດນາມ ພວມຮີບຮ້ອນປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ຫັນບັນດາຂໍ້ກຳນົດຂອງສົນທິສັນຍາເປັນກົດໝາຍພາຍໃນປະເທດ, ສ້າງຕັ້ງ ແລະບໍລິຫານກົນໄກເປັນຫົວເງື່ອນແຫ່ງຊາດ ກໍ່ຄືຊຸກຍູ້ບັນດາຂໍ້ລິເລີ່ມໃນຂົງເຂດຮ່ວມມືສາກົນກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກຳທາງໄຊເບີ.
ສ່ວນທ່ານ Artur Lyukmanov ເນັ້ນໜັກວ່າ ສະຫະພັນລັດເຊຍ ປາດຖະໜາຢາກສືບຕໍ່ຮ່ວມມືກັບຫວຽດນາມ; ສະໜັບສະໜູນຂໍ້ລິເລີ່ມໃນການສ້າງຕັ້ງສູນພາກພື້ນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ກ່ຽວກັບຄວາມໝັ້ນຄົງທາງໄຊເບີ ຢູ່ຮ່າໂນ້ຍ.
ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ ແລະຕັ້ງໜ້າເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແກ້ໄຂສິ່ງທ້າທາຍໃນທົ່ວໂລກ
ໂດຍ: ທູຈາງ