leftcenterrightdel
ບັນຍາກາດວາລະກອງປະຊຸມປຶກສາຫາລືລະຫວ່າງຂະແໜງ ຄັ້ງທີ III ລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນຂົງເຂດຮັກສາຄວາມປອດໄພຂໍ້ມູນຂ່າວສານສາກົນ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ຟ້າມເທ໋ຕຸ່ງ ຢັ້ງຢືນການຕັດສິນໃຈ ສະກັດກັ້ນ ແລະຕ້ານອາດຊະຍາກໍາທີ່ນໍາໃຊ້ເຕັກໂນໂລຊີສູງ, ຮັບປະກັນຮັກສາຄວາມປອດໄພທາງໄຊເບີ, ຄວາມປອດໄພຂໍ້ມູນຂ່າວສານສາກົນຂອງຫວຽດນາມ, ດ້ວຍເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຊັນຂໍ້ຕົກລົງໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ໃນວັນທີ 7 ເມສາ 2026 ທີ່ຜ່ານມາ.

leftcenterrightdel
ທ່ານ Dmitry Gribkov ຜູ້ຊ່ວຍ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນລັດເຊຍ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນໂທ ຟ້າມເທ໋ຕຸ່ງ. ພາບ: qdnd.vn

ໃນຂົງເຂດຮັກສາຄວາມປອດໄພຂໍ້ມູນຂ່າວສານສາກົນ, ທ່ານພົນໂທ ຟ້າມເທ໋ຕຸ່ງ ຕີລາຄາສູງເລື່ອງສອງຝ່າຍຮັກສາການຜັນຂະຫຍາຍປະຕິບັດ “ສັນຍາລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະລັດຖະບານແຫ່ງ ສະຫະພັນລັດເຊຍ ວ່າດ້ວຍການຮ່ວມມືໃນຂົງເຂດຮັກສາຄວາມປອດໄພຂໍ້ມູນຂ່າວສານສາກົນ” ແລະ “ແຜນການປະຕິບັດບັນດາການເຄື່ອນໄຫວຮ່ວມມືຕົ້ນຕໍລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນຂົງເຂດຮັບປະກັນຮັກສາຄວາມປອດໄພຂໍ້ມູນຂ່າວສານສາກົນ ໄລຍະ 2020-2025”.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມວາລະກອງປະຊຸມປຶກສາຫາລື. ພາບ: qdnd.vn

ສິ້ນສຸດການເຮັດວຽກ, ທ່ານພົນໂທ ຟ້າມເທ໋ຕຸ່ງ ແລະທ່ານ Dmitry Gribkov ໄດ້ເຫັນດີເລັ່ງປັບປຸງລະບຽບການພາຍໃນໃຫ້ສໍາເລັດ ແລະເຊັນ “ແຜນການປະຕິບັດບັນດາການເຄື່ອນໄຫວຮ່ວມມືຕົ້ນຕໍລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນຂົງເຂດຮັກສາຄວາມປອດໄພຂໍ້ມູນຂ່າວສານສາກົນ ໄລຍະ 2026-2028” ໂດຍໄວ, ແລະ “ບົດບັນທຶກຊ່ວຍຈໍາລະຫວ່າງສູນຕອບໂຕ້ອຸບັດຕິເຫດທາງຄອມພິວເຕີ ແລະປະສານງານແຫ່ງຊາດ ສະຫະພັນລັດເຊຍ ແລະສູນຕອບໂຕ້ສຸກເສີນທາງໄຊເບີຂອງຫວຽດນາມ ໃນຂົງເຂດຄົ້ນພົບ, ສະກັດກັ້ນ ແລະກໍາຈັດຜົນກະທົບຈາກການບຸກໂຈມຕີທາງຄອມພິວເຕີ, ຕອບໂຕ້ກັບອຸບັດຕິເຫດທາງຄອມພິວເຕີ”.

ໂດຍ: ໄຊຊະນະ