leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານນາງ Deirdre Ní Fhallúin ເອກອັກຄະລັດຖະທູດ ໄອສະແລນ ປະຈໍາຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄອສະແລນ (1996–2026), ຕອນບ່າຍວັນທີ 21 ເມສາ, ທີ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Deirdre Ní Fhallúin ເອກອັກຄະລັດຖະທູດ ໄອສະແລນ ປະຈໍາຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ສອງຝ່າຍຊຸກຍູ້ການກໍານົດທິດຮ່ວມມືຈຸດສຸມຈໍານວນໜຶ່ງ, ຄື: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກລະດັບ, ໂດຍສະເພາະແມ່ນລະດັບສູງ; ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາ, ວັດທະນະທໍາ, ສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງການພົວພັນທາງການທູດ; ຊຸກຍູ້ ໄອສະແລນ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ; ຮັກສາ ແລະເປີດກວ້າງທຶນການສຶກສາໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າຫວຽດນາມ; ສົ່ງເສີມວິສາຫະກິດທ່ອງທ່ຽວ ໄອສະແລນ ເຂົ້າຮ່ວມບັນດາເຫດການທ່ອງທ່ຽວ ຢູ່ ຫວຽດນາມ...

ສ່ວນທ່ານນາງ Deirdre Ní Fhallúin ປາດຖະໜາຢາກຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ຄື: ການສະແດງດົນຕີ, ບັນດາເຫດການໂຄສະນາພາບພົດປະເທດ, ຊາວໄອສະແລນ ຢູ່ ຫວຽດນາມ...

ໂດຍ: ໄຊຊະນະ