ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ
ຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າຕິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 120 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ (24-4-1906 / 24-4-2026).
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ. ພາບ: VOV |
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຕ້ອງປະຕິບັດຕາມແບບຢ່າງທີ່ດີຂອງ ທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ (1906-1941), ຄວນສ້າງການຫັນປ່ຽນຢ່າງແຮງໃນການແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ຈິນຕະນາການໃນການຄຸ້ມຄອງບໍລິຫານ ແລະ ຈັດຕັ້ງປະຕິບັດ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບ, ຫຼໍ່ຫຼອມຈິດໃຈອຸທິດສ່ວນ, ມີການກະທຳຢ່າງຂ້ຽວຂາດ, ພ້ອມແລ້ວທີ່ຈະປະເຊີນໜ້າກັບຄວາມຫຍຸ້ງຍາກລຳບາກ, ແບກຫາບຄວາມຮັບຜິດຊອບ ເພື່ອວຽກງານໃຫຍ່ຂອງພັກ, ຂອງຊາດ. ທ່ານ ໃຫ້ຮູ້ວ່າ:
ເສີມຂະຫຍາຍຈິດໃຈ ແລະແນວຄິດຂອງທ່ານເລຂາທິການໃຫຍ່ ຮ່າຮຸຍເຕິບ ໃນສັງກາດພັດທະນາໃໝ່, ພວກເຮົາຕ້ອງປຸກລຸກຄວາມມຸ່ງຫວັງບືນຕົວຂຶ້ນ, ຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຈິດໃຈປະດິດຄິດສ້າງຂອງຊາວຫວຽດນາມ. ຢາກພັດທະນາໂດຍໄວ, ຍືນຍົງ, ຕ້ອງບຸກທະລຸກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ຍົກສູງສະມັດຕະພາບ, ກຳລັງແກ່ງແຍ້ງ ແລະກຳລັງແຮງໃນການຮັບມືຂອງພື້ນຖານເສດຖະກິດ.
ແຫຼ່ງຄັດຈາກ: vovworld.vn