ການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ຈະກາຍເປັນຂີດໝາຍພິເສດ ແລະມີຄວາມໝາຍສໍາຄັນໃນປະຫວັດສາດ 34 ປີແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ. ນີ້ແມ່ນຈຸດເລີ່ມຕົ້ນໃຫ້ແກ່ການກ້າວກະໂດດທາງຍຸດທະສາດເພື່ອຍົກລະດັບການພົວພັນຂຶ້ນສູ່ລະດັບສູງກວ່າໃນສະພາບການໂລກມີການປ່ຽນແປງຫຼາຍຢ່າງ.

ເລື່ອງທ່ານ Lee Jae Myung ກາຍເປັນປະມຸກລັດຄົນທໍາອິດທີ່ມາຢ້ຽມຢາມທາງລັດຖະກິດຫວຽດນາມ ພາຍຫຼັງທີ່ຫວຽດນາມ ປັບປຸງກົງຈັກການນໍາສູງສຸດເມື່ອເດືອນເມສາ ປີ 2026 ໃຫ້ຄໍາໝັ້ນໝາຍວ່າຈະເປີດອະນາຄົດທີ່ສົດໃສໃຫ້ແກ່ການພົວພັນ ຫວຽດນາມ-ສ.ເກົາຫຼີ, ກາຍເປັນແຫຼ່ງກໍາລັງໜູນຢ່າງແຂງແຮງ ແລະໝັ້ນແກ່ນ, ຊ່ວຍໃຫ້ການພົວພັນນີ້ພັດທະນາຢ່າງມີສະຖຽນລະພາບ ແລະຍາວນານກວ່າບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນຄົງລະຫວ່າງການນໍາຂັ້ນສູງສອງປະເທດ.

ການພົບປະລະຫວ່າງທ່ານ ໂຕເລິມ ແລະທ່ານ Lee Jae Myung ໃນຄັ້ງນີ້ມີຄວາມໝາຍຫຼາຍຢ່າງ, ຜ່ານນັ້ນສືບຕໍ່ປັບປຸງຄວາມຜູກພັນອັນເລິກເຊິ່ງ ແລະ “ຄວາມເຂົ້າໃຈກັນ” ທີ່ໄດ້ຢັ້ງຢືນໃນການຢ້ຽມຢາມ ສ.ເກົາຫຼີ ກ່ອນໜ້ານີ້ 8 ເດືອນ ຂອງທ່ານ ໂຕເລິມ.

leftcenterrightdel
ທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: vov.vn

ໃນສະພາບການເສດຖະກິດທົ່ວໂລກພວມປະເຊີນໜ້າກັບຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນຫຼາຍ ແລະວິວັດການສ້າງໂຄງສ້າງຕ່ອງໂສ້ສະໜອງຄືນໃໝ່ພວມດໍາເນີນໄປຢ່າງໄວວາ, ການພົບປະລະຫວ່າງການນໍາສອງປະເທດ ບໍ່ພຽງແຕ່ມີລັກສະນະການທູດພຽງຢ່າງດຽວເທົ່ານັ້ນ ຫາກຍັງໃຫ້ຄຳໝັ້ນໝາຍວ່າຈະນໍາມາເຊິ່ງຜົນການຮ່ວມມືລະອຽດ ແລະແທດຈິງຫຼາຍຢ່າງ.

ຫວຽດນາມ ພວມສຸມແຫຼ່ງກໍາລັງໃຫ້ແກ່ການຫັນປະເທດເປັນທັນສະໄໝ ແລະພັດທະນາວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

ໃນການເດີນທາງມາຢ້ຽມຢາມຄັ້ງນີ້, ແນ່ນອນວ່າ ສ.ເກົາຫຼີ ເປັນ “ຄູ່ຮ່ວມມືບຸລິມະສິດແຖວໜ້າ” ທີ່ຫວຽດນາມ ສາມາດເຊື່ອໃຈໄດ້. ປັດຈຸບັນ, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ໄດ້ຜ່ານຜ່າໄລຍະສຸມໃສ່ຂະແໜງການຜະລິດທີ່ນໍາໃຊ້ແຮງງານຫຼາຍ, ຫັນໄປສູ່ໄລຍະພ້ອມກັນສ້າງລະບົບນິເວດອຸດສາຫະກໍາໃນອະນາຄົດ ແລະແບ່ງປັນຄວາມຮັບຜິດຊອບໃນການຮັບປະກັນສະຖຽນລະພາບຂອງຕ່ອງໂສ້ສະໜອງທົ່ວໂລກ. ສ.ເກົາຫຼີ ພ້ອມແລ້ວທີ່ຈະກາຍເປັນຄູ່ຮ່ວມມືທີ່ຮ່ວມເດີນທາງຢ່າງໝັ້ນແກ່ນທີ່ສຸດໃນວິວັດການຫັນເປັນດີຈີຕອນ ແລະເຕີບໂຕສີຂຽວຂອງຫວຽດນາມ.

ຜ່ານການຢ້ຽມຢາມ, ສອງປະເທດຈະຊຸກຍູ້ການຮ່ວມມືຢ່າງວ່ອງໄວໃນຂົງເຂດຫຼັກແຫຼ່ງທີ່ຕິດພັນໂດຍກົງກັບການເຕີບໂຕເສດຖະກິດ ແລະຍົກສູງສະຫວັດດີການສັງຄົມ. ສອງຝ່າຍຄາດວ່າຈະປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບເນື້ອໃນຂອງການຮ່ວມມື ເຊິ່ງ ລວມມີການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່, ຄື: ເສັ້ນທາງລົດໄຟຄວາມໄວສູງ, ຕົວເມືອງໃໝ່, ກໍຄືການສົມທົບຍຸດທະສາດໃນຂົງເຂດ LNG ແລະພະລັງງານທົດແທນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການໜູນຊ່ວຍເຕີບໂຕແບບຍືນຍົງ.

ພິເສດ, ເຕັກໂນໂລຊີໄຟຟ້ານິວເຄຼຍທີ່ກ້າວໜ້າຂອງ ສ.ເກົາຫຼີ ແລະບົດຮຽນບໍລິຫານຕົວເມືອງອັດສະລິຍະ ຈະນໍາເອົາມາດຕະການທີ່ແທດຈິງມາໃຫ້ຄວາມໝັ້ນຄົງດ້ານພະລັງງານ ແລະບັນດາບັນຫາຕົວເມືອງຂອງຫວຽດນາມ.

ຄຽງຂ້າງນັ້ນ, ເລື່ອງວິສາຫະກິດ ສ.ເກົາຫຼີ ຕັ້ງໜ້າລົງທຶນ ແລະຖ່າຍທອດເຕັກໂນໂລຊີໃນຂົງເຂດເຕັກໂນໂລຊີສູງ ຄື: ປັນຍາປະດິດ (AI), Semiconductor, ທ່າເຮືອອັດສະລິຍະ - ບັນດາເສົາຄໍ້າຂອງການປະຕິວັດອຸດສາຫະກໍາ 4.0, ຈະສວມບົດບາດຫຼັກແຫຼ່ງໃນວິວັດການຍົກລະດັບອຸດສາຫະກໍາຂອງຫວຽດນາມ.

ການສົມທົບລະຫວ່າງເຕັກໂນໂລຊີ ແລະແຫຼ່ງທຶນຂອງ ສ.ເກົາຫຼີ ກັບຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະທ່າແຮງບົ່ມຊ້ອນການເຕີບໂຕຂະຫຍັນຂັນເຄື່ອນຂອງຫວຽດນາມ ຈະສ້າງກໍາລັງແຮງທີ່ກ້າວໄກບໍ່ພຽງແຕ່ຢູ່ອາຊີ ເທົ່ານັ້ນ ຫາກຍັງຢູ່ເວທີສາກົນອີກດ້ວຍ.

ການພົບປະແລກປ່ຽນປະຊາຊົນ ດ້ວຍແຂກທ່ອງທ່ຽວປະມານ 5 ລ້ານເທື່ອຄົນໃນແຕ່ລະປີ ພ້ອມກັບການແລກປ່ຽນວັດທະນະທໍາຢ່າງເປັນຂະບວນຟົດຟື້ນ ແມ່ນບໍ່ເກີດທີ່ບໍ່ມີວັນສິ້ນສຸດໃນການພົວພັນສອງປະເທດ. ຄວາມເຫັນອົກເຫັນໃຈກັນຢ່າງເລິກເຊິ່ງ ໂດຍອີງໃສ່ການເຄົາລົບ ແລະເຂົ້າໃຈວັດທະນະທໍາເຊິ່ງກັນແລະກັນແມ່ນພື້ນຖານຫຼັກແຫຼ່ງຊ່ວຍໃຫ້ການພົວພັນ ຫວຽດນາມ-ສ.ເກົາຫຼີ ບໍ່ສັ່ນຄອນບໍ່ວ່າຕໍ່ໜ້າການຜັນແປໃດຈາກພາຍນອກ.

30 ກວ່າປີ ທີ່ພ້ອມກັນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະພ້ອມກັນຜ່ານຜ່າວິກິດການທົ່ວໂລກຫຼາຍຄັ້ງ ໄດ້ກາຍເປັນຊັບສົມບັດອັນໃຫຍ່ຫຼວງທີ່ໄຂສັງກາດໃໝ່, ເປັນເຂັມທິດເຍືອງທາງທີ່ຈະແຈ້ງທີ່ສຸດໃຫ້ແກ່ໄລຍະທາງຂ້າງໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າການຢ້ຽມຢາມທາງລັດຖະກິດຄັ້ງນີ້ຂອງທ່ານ Lee Jae Myung ຈະເປັນຊ່ວງເວລາປະຫວັດສາດ, ເປີດ “ໄລຍະຮຸ່ງເຮືອງເຫຼືອງເຫຼື້ອມ” ໃໝ່ໃນການພົວພັນ ຫວຽດນາມ-ສ.ເກົາຫຼີ. ຂ້າພະເຈົ້າ ຕັ້ງຄວາມຫວັງໄວ້ວ່າການຈັບມືລະຫວ່າງສອງປະເທດ - ຄູ່ຮ່ວມມືຫຼັກແຫຼ່ງເຊິ່ງບໍ່ພຽງແຕ່ໃນພາກພື້ນອາຊຽນເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ-ຈະກາຍເປັນເສົາຄໍ້າອັນໝັ້ນແກ່ນ, ສວມບົດບາດເປັນເຈົ້າພາທາງໃນການຊຸກຍູ້ສັນຕິພາບ ແລະວັດທະນາຖາວອນລວມຢູ່ພາກພື້ນ ກໍຄືໃນໂລກ”.

ໂດຍ: ໄຊຊະນະ