ນໍາການພົວພັນອາຊຽນ-ລັດເຊຍ ພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ
ກປ.ອອນໄລ - ໃນວັນທີ 20 ແລະ 21 ເມສາ, ທີ່ນະຄອນ Kazan, ລັດເຊຍ ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ-ລັດເຊຍ ຄັ້ງທີ 22 ດ້ວຍການເຂົ້າຮ່ວມຂອງຮອງລັດຖະມົນຕີການຕ່າງປະເທດ/ເຈົ້າໜ້າທີ່ອາວຸໂສ 11 ປະເທດສະມາຊິກອາຊຽນ ແລະລັດເຊຍ. ທ່ານ ດ້ັງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ-ຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
    |
 |
|
ຮອງລັດຖະມົນຕີການຕ່າງປະເທດ/ເຈົ້າໜ້າທີ່ອາວຸໂສ 11 ປະເທດສະມາຊິກອາຊຽນ ແລະລັດເຊຍ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງວ່ອງໄວ, ກອງປະຊຸມເຫັນດີເປັນເອກະພາບວ່າ ອາຊຽນ ແລະລັດເຊຍຕ້ອງ ນໍາການພົວພັນພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນກວ່າອີກ. ຄຽງຂ້າງການສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດທີ່ເປັນມູນເຊື້ອ, ອາຊຽນ ແລະລັດເຊຍ ຕ້ອງເປີດກວ້າງການຮ່ວມມືມາຍັງຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນກວ່າອີກ, ຄື: ພະລັງງານສະອາດ, ການຫັນປ່ຽນດີຈີຕອນ, ປັນຍາປະດິດ (AI), ຕົວເມືອງອັດສະລິຍະ... ທາງຝ່າຍລັດເຊຍ ກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອາຊຽນ ໃນຂົງເຂດຕ່າງໆ, ຄື: ຄວາມໝັ້ນຄົງດ້ານເຕັກໂນໂລຢີຂໍ້ມູນ ແລະສື່ສານ, ປະຕິບັດກົດໝາຍ, ຄວາມສະຫງົບ ແລະຫັນປ່ຽນພະລັງງານ, ຄວາມໝັ້ນຄົງຄວາມປອດໄພຊີວະສາດ... ການເຊື່ອມຕໍ່ ແລະlogistics, ການສຶກສາ, ການທ່ອງທ່ຽວ, ວັດທະນະທໍາ ແລະການພົບປະແລກປ່ຽນຊາວໜຸ່ມ... ເນື່ອງໃນໂອກາດນີ້, ບັນດາປະເທດອາຊຽນ ແລະລັດເຊຍ ກໍ່ແລກປ່ຽນບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໂດຍ: ໄຊນີດາ