leftcenterrightdel
ທ່ານ Lee Jae Myung ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ ພ້ອມ​ດ້ວຍ​ພັນ​ລະ​ຍາ ເດີນ​ທາງ​ມາ​ຮອດຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 21 - 24 ເມ​ສາ 2026. ພາບ: ສໍານັກຂ່າວສານຫວຽດນາມ. 

ອອກ​ຕ້ອນ​ຮັບ​ຄະ​ນະ​ ຢູ່​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບ່າຍ ​ມີທ່ານ ເລ​ແຄັງ​ຫາຍ ຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ; ທ່ານ ຫງວຽນ​ມິງ​ຫວູ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈໍ​າ​ການ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຫວຽດ​ນາມ; ທ່ານ ຫວູ​ດ້າຍ​ຖັງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ; ທ່ານ ຫວູ​ໂຮ່ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ.

ການ​ຢ້ຽມ​ຢາມຫວຽດ​ນາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ໄດ້​ຮັບ​ຄວາມ​ຫວັງ​ວ່າ ບໍ່​ພຽງ​ແຕ່​ຈະ​ແມ່ນ​ການ​ເຊື່ອມ​ຕໍ່​ທ່ວງ​ທ່າ​ການ​ຮ່ວມ​ມື​ດ້ວຍ​ໝາກ​ຜົນ​ອັນ​ດີ​ງາມຫຼາຍ​ຢ່າງ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກຳ​ລັງຜັກ​ດັນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ ໃຫ້ກາຍ​ເປັນ​ແບບ​ຢ່າງ​ການ​ຮ່ວມ​ມື​ທີ່​ແທດ​ຈິງ​ຮອບ​ດ້ານກວ່າ, ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ສະ​ໜິດ​ຕິດ​ພັນ​ກວ່າ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະໃນ​ໂລກ.

ແຫຼ່ງຄັດຈາກ: vovworld.vn