ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການຢ້ຽມຢາມຄັ້ງປະຫວັດສາດແຫ່ງການເຊື່ອມຕໍ່ຍຸດທະສາດ ແລະການຮ່ວມມືທີ່ແທດຈິງ
“ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການຢ້ຽມຢາມຄັ້ງປະຫວັດສາດແຫ່ງການເຊື່ອມຕໍ່ຍຸດທະສາດ ແລະການຮ່ວມມືທີ່ແທດຈິງ”. ນີ້ແມ່ນຄຳຕີລາຄາຂອງທ່ານນາງ ສຈ. ຮານຈີນເຢືອ, ນັກຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ, ນັກຄົ້ນຄວ້າອາວຸໂສຂອງສະຖາບັນຄົ້ນຄວ້າລັດທິ Marx, ຂຶ້ນກັບສະຖາບັນວິທະຍາສາດສັງຄົມ ຈີນ, ເມື່ອຕອບສຳພາດຕໍ່ສື່ມວນຊົນ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ພາບປະກອບ: VOV) |
ຕາມທ່ານນາງ ສຈ. ຮານຈີນເຢືອ ແລ້ວ, ການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ໄດ້ຊີ້ໃຫ້ເຫັນວ່າ ການນຳຫວຽດນາມ ຖືສາຍພົວພັນ ຫວຽດນາມ-ຈີນ ເປັນສຳຄັນທີ່ສຸດ; ສ່ອງແສງຄົບຖ້ວນທັດສະນະຖືການພັດທະນາສາຍພົວພັນກັບ ຈີນ ແມ່ນສະເໝີຕົ້ນສະເໝີປາຍ, ຄຳຮຽກຮ້ອງຕ້ອງການພາວະວິໄສ, ການຄັດເລືອກຍຸດທະສາດ ແລະບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດທັງໝົດຂອງຫວຽດນາມ.
“ສຳລັບຝ່າຍ ຈີນ, ອາດຈະເຫັນວ່າ ພວກຂ້າພະເຈົ້າໄດ້ຖືການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ເປັນສຳຄັນທີ່ສຸດ. ໃນການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: ບໍ່ວ່າໃນສະພາບການສາກົນມີການປ່ຽນແປງແນວໃດກໍຕາມ, ສາຍພົວພັນ ຈີນ-ຫວຽດນາມ ຍາມໃດກໍ່ຈະແມ່ນທິດທາງບຸລິມະສິດໃນນະໂຍບາຍການທູດຖານບ້ານໃກ້ເຮືອນຄຽງຂອງ ຈີນ. ສິ່ງດັ່ງກ່າວ ໄດ້ຢັ້ງຢືນຄືນຄວາມສຳຄັນຂອງການພົວພັນ ຈີນ-ຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງຈີນ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ