ປະທານສະພາແຫ່ງຊາດຫວຽດນາມ ສິ້ນສຸດການປະຕິບັດງານຢູ່ ຕວັກກີ ແລະອີຕາລີ ຢ່າງຈົບງາມ
ກປ.ອອນໄລ - ຕອນຄໍ່າວັນທີ 18 ເມສາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບຄືນນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 152 (IPU-152) ທີ່ Istanbul, ປະເທດ ຕວັກກີ, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ຕວັກກີ ແລະຢ້ຽມຢາມອີຕາລີ ຢ່າງເປັນທາງການ.
* ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 17 ເມສາ, ຕາມເວລາທ້ອງຖິ່ນ, ສືບຕໍ່ການເຄື່ອນໄຫວເຂົ້າຮ່ວມກອງປະຊຸມໃຫຍ່ IPU-152 ແລະການເຄື່ອນໄຫວສອງຝ່າຍຢູ່ ຕວັກກີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ຕວັກກີ.
    |
 |
|
ພິທີສົ່ງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍພັນລະຍາ ຢູ່ສະໜາມບິນສາກົນ Istanbul, ປະເທດ ຕວັກກີ. ພາບ: qdnd.vn |
ແຈ້ງກ່ຽວກັບສະພາບການພາຍໃນປະເທດ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ປີ 2026 ຂີດໝາຍຫຼາຍເຫດການການເມືອງສໍາຄັນ, ພິເສດແມ່ນການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026-2031, ບັນລຸໄດ້ອັດຕາການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນ, ຄື: ເສດຖະກິດມະຫາພາກມີສະຖຽນລະພາບ, ເຕີບໂຕໄດ້ຮັບການຮັກສາ, ໄພເງິນເຟີ້ໄດ້ຮັບການຄວບຄຸມ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ... ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາ; ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 6,5 ລ້ານຄົນ ແມ່ນສ່ວນໜຶ່ງຂອງປະເທດຊາດ, ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ. ທ່ານປະທານສະພາແຫ່ງຊາດ ຮັບຮູ້ປະກອບຄຳເຫັນ, ຂໍ້ສະເໜີຂອງຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ການພົບປະ. ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ສະພາແຫ່ງຊາດ, ລັດຖະບານ ໄດ້ ແລະພວມສ້າງລະບົບກົດໝາຍໃຫ້ສົມບູນແບບຕາມທິດປອດໂປ່ງກວ່າ, ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນປະເທດເພື່ອລົງທຶນ, ດຳເນີນທຸລະກິດ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ.
ທ່ານປະທານສະພາແຫ່ງຊາດ ສະເໜີປະຊາຄົມຊາວຫວຽດນາມ ອາໄສຢູ່ ຕວັກກີ ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ປະຕິບັດກົດໝາຍປະຈຳຖິ່ນຢ່າງເຂັ້ມງວດ, ສະໜິດຕິດພັນກັບສະຖານທູດ, ຮັກສາສີສັນວັດທະນະທຳຂອງຊາດ, ພິເສດແມ່ນພາສາຫວຽດນາມໃນລຸ້ນໜຸ່ມ; ພ້ອມທັງສວມບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະການຄ້າລະຫວ່າງສອງປະເທດ, ປະກອບສ່ວນກໍ່ສ້າງ ແລະເພີ່ມພູນຄູນສ້າງການພົວພັນ ຫວຽດນາມ-ຕວັກກີ ໃຫ້ນັບມື້ນັບພັດທະນາແບບຍືນຍົງ ແລະມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ