ຫວຽດນາມ ຍື່ນສາລະບານເອກະສານໃຫ້ສັດຕະຍາບັນ ສົນທິສັນຍາ ຮ່າໂນ້ຍ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳ ຢູ່ ສປຊ
ຕອນບ່າຍວັນທີ 17 ເມສາ ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ ທີ່ນິວຢອກ (ອາເມລິກາ), ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນມ ປະຈຳ ສປຊ ໄດ້ຍື່ນສາລະບານເອກະສານໃຫ້ສັດຕະຍາບັນ ສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ເອີິ້ນຫຍໍ້ວ່າ ສົນທິສັນຍາ ຮ່າໂນ້ຍ) ຢູ່ຫ້ອງການນິຕິກຳ ສປຊ (OLA).
    |
 |
|
ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ ຍື່ນສາລະບານເອກະສານໃຫ້ສັດຕະຍາບັນສົນທິສັນຍາຮ່າໂນ້ຍ. ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. |
ລະບຽບການຍື່ນສາລະບານເອກະສານໃຫ້ສັດຕະຍາບັນສົນທິສັນຍາ ຮ່າໂນ້ຍ ຖືກດຳເນີນພາຍຫຼັງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຊັນຂໍ້ຕົກລົງໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້ ເມື່ອວັນທີ 7 ເມສາ ຜ່ານມາ, ນຳ ຫວຽດນາມ ກາຍເປັນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນປະເທດທີ 3 ໃນໂລກ ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້.
ທີ່ພິທີ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ ໄດ້ເນັ້ນໜັກເຖິງເລື່ອງເປັນເຈົ້າພາບຈັດພິທີເຊັນ ຢູ່ ຮ່າໂນ້ຍ ແລະ ນອນໃນ 3 ປະເທດທຳອິດທີ່ໃຫ້ສັດຕະຍາບັນສົນທິສັນຍາສະບັບນີິ້ ໄດ້ສ່ອງແສງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມມານະພະຍາຍາມປະກອບສ່ວນຢ່າງເປັນເຈົ້າການ, ແທດຈິງຂອງ ຫວຽດນາມ ໃນວິວັດທະນາການນຳສົນທິສັນຍາມີຜົນສັກສິດ ແລະ ປະຕິບັດໂດຍໄວ, ປະກອບສ່ວນປັບປຸງການເຈລະຈາ, ການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ, ເພີ່ມທະວີການຮັບປະກັນຄວາມປອດໄພທາງອິນເຕີເນັດທົ່ວໂລກ.
ຄັດຈາກ: ວິທະຍຸກະຈາຍສຽງ