ກ່າວຄໍາເຫັນທີ່ພິທີ, ທ່ານ ໂຕເລິມ ຊີ້ແຈ້ງວ່າ ງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ-ຈີນ ໄດ້ຈັດຕັ້ງຢູ່ດິນແດນທີ່ເກັບຮັກສາຄວາມຊົງຈໍາທາງປະຫວັດສາດລວມຂອງສອງຊາດ. ປູຊະນີຍະສະຖານແຕ່ລະແຫ່ງ ຢູ່ກວາງຊີ ລ້ວນແຕ່ເປັນຫຼັກຖານພະຍານທາງປະຫວັດສາດ, ເລົ່າເລື່ອງກ່ຽວກັບນໍ້າໃຈສາມັກຄີ ແລະຄວາມສັດຊື່ບໍລິສຸດ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄໍາເຫັນທີ່ພິທີເປີດງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ-ຈີນ ປີ 2026. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົ່ງຄໍາຂອບໃຈຢ່າງຈິງໃຈ, ເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນຈີນ, ອໍານາດການປົກຄອງ ແລະປະຊາຊົນແຂວງກວາງຊີ ທີ່ໄດ້ອະນຸລັກຮັກສາປູຊະນີຍະສະຖານທີ່ກ່ຽວຂ້ອງເຖິງ ປະທານ ໂຮ່ຈີມິນ, ການປະຕິວັດຫວຽດນາມ ແລະບັນດາຄຸນຄ່າມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ.

ໃນຕະຫຼອດໄລຍະປະຫວັດສາດ, ປະຊາຊົນ ເປັນຂົວຕໍ່ທີ່ໝັ້ນໜຽວ, ເປັນ “ສາຍເລືອດ” ຫຼໍ່ລ້ຽງ, ຊ່ວຍໃຫ້ການພົວພັນ ຫວຽດນາມ-ຈີນ ນັບມື້ນັບໄປໄກ. ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ການເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນປະຊາຊົນເຂດຊາຍແດນ ແລະຄົນຮຸ່ນໜຸ່ມສອງປະເທດ ມີຄວາມໝາຍເປັນຂົວຕໍ່ອັນສໍາຄັນເພື່ອຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງຊາດ, ສ້າງອະນາຄົດນັບມື້ນັບໃສແຈ້ງໃຫ້ແກ່ການພົວພັນ ຫວຽດນາມ-ຈີນ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເປີດງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ-ຈີນ ປີ 2026. ພາບ: ສໍານັກຂ່າວສານຫວຽດນາມ.

ຝາກຝັງຄວາມເຊື່ອໝັ້ນອັນເລິກເຊິ່ງຕໍ່ຄົນຮຸ່ນໜຸ່ມສອງປະເທດ, ທ່ານ ໂຕເລິມ ຫວັງວ່າ ຊາວໜຸ່ມສອງປະເທດ ຈະພ້ອມກັນ “ສ້າງອະນາຄົດ”, ກາຍເປັນຂົວຕໍ່ແຫ່ງຄວາມຮູ້ ແລະພະລັງຊີວິດທີ່ເຂັ້ມແຂງແຮງກ້າ, ນໍາການພົວພັນ ຫວຽດນາມ-ຈີນ ກ້າວສູ່ອະນາຄົດຢ່າງໝັ້ນຄົງ. ດ້ວຍການຮ່ວມແຮງຮ່ວມໃຈຂອງບັນດາອົງການ, ທ້ອງຖິ່ນ ແລະປະຊາຊົນສອງປະເທດ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ການພົວພັນມິດຕະພາບ ຫວຽດນາມ-ຈີນ ຈະນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ, ພັດທະນານັບມື້ນັບໝັ້ນແກ່ນ, ແທດຈິງ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ແລະໂລກ.

* ຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານ ໂຮງຮຽນກິນນອນສູນກາງ (ຫຼືເອີ້ນວ່າ ໂຮງຮຽນ ຢູກຕ່າຍ ໜານໜິງ, ກວາງຊີ, ຈີນ).

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍດອກໄມ້ອາໄລຫາຕໍ່ໜ້າຮູບປັ້ນ ປະທານໂຮ່ຈີມິນ ໃນບໍລິເວນໂຮງຮຽນ ຢູກຕ່າຍ (ໜານໜິງ, ຈີນ). ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ໄປຢ້ຽມຢາມໂຮງຮຽນກິນນອນສູນກາງ - ສະຖານທີ່ປະຫວັດສາດທີ່ມີຄວາມໝາຍເປັນສັນຍາລັກແຫ່ງນໍ້າໃຈມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ຈີນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຜູ້ແທນ ຖ່າຍຮູບເປັນທີ່ລະນຶກຢູ່ທີ່ໂຮງຮຽນ ຢູກຕ່າຍ (ໜານໜິງ, ຈີນ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍນັບຖື, ຈົດຈໍາຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າຂອງພັກ, ລັດ ແລະປະຊາຊົນຈີນ ຕໍ່ພາລະກິດປະຕິວັດຂອງຫວຽດນາມ ໃນເມື່ອກ່ອນ ກໍຄື ໃນພາລະກິດສ້າງສາ, ພັດທະນາປະເທດ ໃນປັດຈຸບັນ; ຂອບໃຈຢ່າງຈິງໃຈມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ທີ່ໄດ້ເອົາໃຈໃສ່, ອະນຸລັກຮັກສາເຂດປູຊະນີຍະສະຖານ ໂຮງຮຽນ ຢູກຕ່າຍ ແລະປູຊະນີຍະສະຖານແຫ່ງອື່ນໆ ກ່ຽວກັບປະທານ ໂຮ່ຈີມິນ ຢູ່ກວາງຊີ, ເພື່ອໃຫ້ປູຊະນີຍະສະຖານແຫ່ງນີ້ ກາຍເປັນສະຖານທີ່ສີແດງທີ່ເປັນສັນຍາລັກໃຫ້ແກ່ການພົວພັນຖານສະຫາຍ, ອ້າຍນ້ອງລະຫວ່າງສອງພັກ, ສອງລັດ.

* ຕອນເຊົ້າວັນທີ 17 ເມສາ, ທີ່ນະຄອນໜານໜິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສູນຮ່ວມມືປ່ຽນແປງໃໝ່ປັນຍາປະດິດ ຈີນ-ອາຊຽນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສູນຮ່ວມມືປ່ຽນແປງໃໝ່ປັນຍາປະດິດ ຈີນ-ອາຊຽນ. ພາບ: qdnd.vn

* ວັນທີ 17 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນໜານໜິງ ກັບຄືນປະເທດ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຈີນ ຕາມຄໍາເຊີນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະພັນລະຍາ ດ້ວຍຜົນສໍາເລັດຢ່າງຈົບງາມ.

* ໃນຂອບເຂດການຢ້ຽມຢາມ, ສອງຝ່າຍ ໄດ້ລົງນາມເອກະສານຮ່ວມມືຈໍານວນ 32 ສະບັບ ໃນບັນດາຂົງເຂດຮ່ວມມືໃນຊ່ອງທາງພັກ, ຕໍາຫຼວດ, ຍຸຕິທໍາ, ເສດຖະກິດ, ທາງລົດໄຟ, ການຄ້າຜະລິດຕະພັນກະເສດ, ຕ່ອງໂສ້ການຜະລິດ, ຕ່ອງໂສ້ການສະໜອງ, ການຮ່ວມມືດ້ານພາສີ, ວິທະຍາສາດ-ເຕັກໂນໂລຊີ, ຊີວິດການເປັນຢູ່ຂອງປະຊາຊົນ, ຂຸດຄົ້ນຊັບພະຍາກອນມະນຸດ, ສື່ມວນຊົນ ແລະທ້ອງຖິ່ນ...

ໂດຍ: ໄຊຊະນະ