ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງບົດບາດຂອງ IPU ແລະ ການປະກອບສ່ວນອັນສໍາຄັນຂອງທ່ານ Martin Chungong ໃນການຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາໃນໂລກ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ IPU ແລະສະພາແຫ່ງຊາດຫວຽດນາມ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Martin Chungong ເລຂາທິການໃຫຍ່ IPU. ພາບ: qdnd.vn |
ສ່ວນທ່ານ Martin Chungong ຕີລາຄາສູງຫວຽດນາມ ທີ່ຍາມໃດກໍຖືເປັນສໍາຄັນບົດບາດຂອງ IPU ແລະຊົມເຊີຍຫວຽດນາມ ເຂົ້າຮ່ວມກອງປະຊຸມ IPU-152 ຢູ່ລະດັບສູງ. ທ່ານ Martin Chungong ຖືວ່າ ສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບດ້ວຍຫຼາຍຂໍ້ລິເລີ່ມ, ຂີດໝາຍພົ້ນເດັ່ນທີ່ເວທີຮ່ວມມືລະຫວ່າງລັດຖະສະພາ, ໃນນັ້ນມີ IPU. ທ່ານ Martin Chungong ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ, ຮ່ວມເດີນທາງຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະຜ່ານມາ; ຫວັງວ່າ ຈະສືບຕໍ່ໄດ້ຮ່ວມມືກັບສະພາແຫ່ງຊາດ, ບັນດາສະມາຊິກ, ຄູ່ຮ່ວມມືຫວຽດນາມ ໃນໄລຍະຈະມາເຖິງ.
* ຕອນເຊົ້າວັນດຽວກັນ (ຕາມເວລາທ້ອງຖິ່ນ), ທີ່ Istanbul, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານນາງ Valentina Matviyenko ປະທານສະພາສູງ ສະຫະພັນລັດເຊຍ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ; ຕີລາຄາສູງການຮັກສາການແລກປ່ຽນຄະນະຜູ້ແທນລະດັບສູງ ແລະທຸກລະດັບລະຫວ່າງສະພາແຫ່ງຊາດສອງປະເທດ ກໍຄື ການສົມທົບກັນຢ່າງແໜ້ນແຟ້ນທີ່ເວທີລັດຖະສະພາຫຼາຍຝ່າຍ ຄື IPU; ເຊື່ອໝັ້ນວ່າ ກົນໄກເຈລະຈາຍຸດທະສາດລະຫວ່າງສອງສະພາແຫ່ງຊາດ, ການເຈລະຈາລະຫວ່າງສອງລັດຖະບານ ນັບມື້ນັບໄດ້ຮັບການເພີ່ມທະວີ; ຢັ້ງຢືນຈະສືບຕໍ່ຊຸກຍູ້ການຕໍ່ກໍານົດເວລາຂໍ້ຕົກລົງຮ່ວມມືລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ໂດຍໄວ.
* ຕອນເຊົ້າວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ທີ່ Istanbul, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Numan Kurtulmus ປະທານສະພາແຫ່ງຊາດ ຕວກກີ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Numan Kurtulmus ປະທານສະພາແຫ່ງຊາດ ຕວກກີ. ພາບ: qdnd.vn |
ສອງປະທານສະພາແຫ່ງຊາດ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກລະດັບ; ພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາສອງປະເທດ ຢ່າງເປັນປົກກະຕິ; ແບ່ງປັນບົດຮຽນນິຕິບັນຍັດ ແລະຕິດຕາມກວດກາ, ສ້າງຂອບນິຕິກໍາສະດວກໃຫ້ແກ່ການຮ່ວມມືສອງຝ່າຍ, ຜ່ານນັ້ນປະກອບສ່ວນປັບປຸງ ແລະຮັດແໜ້ນກວ່າອີກການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະຕວກກີ...
* ຕອນເຊົ້າວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ທີ່ Istanbul, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທ່ານ ເຈິ່ນແທັງເໝິນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະແທດຈິງ. ສະພາແຫ່ງຊາດຫວຽດນາມ ຍາມໃດກໍເຄົາລົບ ແລະຕີລາຄາສູງການສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດລາວ ໃນການປັບປຸງ ແລະພັດທະນາການພົວພັນພິເສດລະຫວ່າງສອງປະເທດ...
* ຕອນເຊົ້າວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ທີ່ Istanbul, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Vincent Blondel ປະທານສະພາສູງ ແບນຊິກ.
* ຕອນບ່າຍວັນດຽວກັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບທ່ານ Ali Tezolmez ກົງສູນກິດຕິມະສັກ ຫວຽດນາມ ຢູ່ Istanbul.
ໂດຍ: ໄຊຊະນະ