ນີ້ແມ່ນໜຶ່ງໃນ 4 ສູນຂຶ້ນກັບກອງທຶນ Soong Ching-ling, ອົງການຈັດຕັ້ງໝູ່ຄະນະ ແລະເມດຕາຈິດສັງຄົມໄດ້ຕັ້ງຊື່ຕາມຊື່ຂອງທ່ານນາງ Soong Ching-ling (1893-1981) - ພັນລະຍາຂອງທ່ານ Sun Yat-sen.

leftcenterrightdel
ພັນລະຍາ ໂງເຝືອງລີ. ພາບ: ຈູວັນ
leftcenterrightdel
ພັນລະຍາ ໂງເຝືອງລີ ກັບເຍົາວະຊົນຈີນ. ພາບ: ຈູວັນ

ທີ່ສູນ, ພັນລະຍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮັບຟັງການແນະນໍາກ່ຽວກັບກອງທຶນ Soong Ching-ling ແລະການເຄື່ອນໄຫວຂອງສູນວິທະຍາສາດວັດທະນະທໍາຊາວໜຸ່ມເຍົາວະຊົນ Soong Ching-ling ແລະການເຄື່ອນໄຫວຂອງສູນວິທະຍາສາດວັດທະນະທໍາຊາວໜຸ່ມເຍົາວະຊົນ; ຢ້ຽມຊົມເຂດຜ່ານພຶດຕິກຳຕົວຈິງ Montessori;...

leftcenterrightdel
ພັນລະຍາ ໂງເຝືອງລີ ກັບເຍົາວະຊົນຈີນ. ພາບ: ຈູວັນ

ແບ່ງປັນຢູ່ທີ່ນີ້, ພັນລະຍາທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອໄປຢ້ຽມຢາມສູນທີ່ມີຊື່ Soong Ching-ling - ເປັນຜູ້ຍິງທີ່ດີເດັ່ນຂອງຈີນ, ຄົນທີ່ໄດ້ສະຫຼະໝົດຊີວິດຂອງຕົນໃຫ້ພາລະກິດການປະຕິວັດ, ສັນຕິພາບ, ມິດຕະພາບສາກົນ ແລະພິເສດແມ່ນອະນາຄົດຂອງເດັກນ້ອຍ.

leftcenterrightdel
ພັນລະຍາ ໂງເຝືອງລີ ກັບເຍົາວະຊົນຈີນ. ພາບ: ຈູວັນ

ພັນລະຍາແບ່ງປັນວ່ານີ້ບໍ່ພຽງແຕ່ແມ່ນໜຶ່ງສູນສຶກສາ-ວິທະຍາສາດຢ່າງດຽວເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ວິໄສທັດມະນຸດສະທໍາອັນເລິກເຊິ່ງໂດຍຖືເດັກນ້ອຍເປັນທີ່ຕັ້ງໃຈກາງຂອງການພັດທະນາສັງຄົມ.

leftcenterrightdel
ພັນລະຍາ ໂງເຝືອງລີ ກັບເຍົາວະຊົນຈີນ. ພາບ: ຈູວັນ

ສະແດງຄວາມປະທັບໃຈກ່ຽວກັບທັດສະນະຂອງທ່ານນາງ Soong Ching-ling ກັບການເບິ່ງແຍງດູແລ ແລະສຶກສາໃຫ້ເດັກນ້ອຍ, ພັນລະຍາ ໂງເຝືອງລີ ແບ່ງປັນວ່າ ໜຶ່ງພື້ນຖານສຶກສາສໍາເລັດຜົນບໍ່ພຽງແຕ່ສ້າງຄົນເກັ່ງດ້ານວິຊາສະເພາະເທົ່ານັ້ນ, ຫາກຍັງຕ້ອງສ້າງອອກພົນລະເມືອງທີ່ມີຄວາມຮັບຜິດຊອບ, ມີເມດຕາ ແລະມີຄວາມຄາດຫວັງປະກອບສ່ວນໃຫ້ສັງຄົມ.

leftcenterrightdel
ພັນລະຍາ ໂງເຝືອງລີ ຢ້ຽມຢາມສູນວິທະຍາສາດວັດທະນະທໍາຊາວໜຸ່ມເຍົາວະຊົນ Soong Ching-ling ຢູ່ບັກກິງ (ຈີນ). ພາບ: ຈູວັນ

ຢືນຢັນຫວຽດນາມ ແລະຈີນ ລ້ວນແຕ່ຖືເປັນສໍາຄັນການປົກປັກຮັກສາ, ເບິ່ງແຍງດູແລ ແລະການສຶກສາໃຫ້ແກ່ເດັກນ້ອຍ, ພັນລະຍາ ໂງເຝືອງລີ ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທໍາອິດຢູ່ອາຊີ ແລະແມ່ນປະເທດທີສອງໃນໂລກອະນຸມັດຜ່ານສົນທິສັນຍາ ສປຊ ວ່າດ້ວຍສິດໃຫ້ເດັກນ້ອຍ.

ພັນລະຍາ ໂງເຝືອງລີ ສະແດງຄວາມປາດຖະໜາຢາກການເບິ່ງແຍງດູແລ ແລະສຶກສາໃຫ້ແກ່ເດັກນ້ອຍໃນປະຈຸບັນຕ້ອງມີຄວາມຮັບຜິດຊອບໃໝ່, ພິເສດຖືເປັນສໍາຄັນແມ່ນການປຸກລູກຈິນຕະນາການປະດິດສ້າງ ແລະແກ້ໄຂບັນຫາໃຫ້ພວກນ້ອງ... ຊ່ວຍພວກນ້ອງເຂົ້າໃຈກ່ຽວກັບນໍ້າໃຈສົມເພດ, ການແບ່ງປັນ ແລະມີຄວາມຮັບຜິດຊອບກັບປະຊາຄົມ...

ພັນລະຍາ ໂງເຝືອງລີ ເຊື່ອໝັ້ນວ່າ ບັນດາແນວປູກມິດຕະພາບໄດ້ປູກໄວ້ໃນຫົວໃຈພວກນ້ອງຈະໃຫຍ່ຂຶ້ນ, ສືບຕໍ່ກາຍເປັນຂົວເຊື່ອມຕໍ່ແບບຍືນຍົງ, ມິດຕະພາບລະຫວ່າງສອງຊາດ.

ໂດຍ: ໄຊນີດາ