ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ສະໄໝພິເສດກ່ຽວກັບສະພາບການຕາເວັນອອກກາງ ຄັ້ງທີ 2
ກປ.ອອນໄລ - ຕອນບ່າຍວັນທີ 13 ເມສາ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ດໍາເນີນກອງປະຊຸມ ສະໄໝພິເສດຄັ້ງທີ 2 ຕາມຮູບແບບທາງໄກ ເພື່ອແລກປ່ຽນ, ຕີລາຄາ, ສົມທົບກັນລະຫວ່າງບັນດາປະເທດອາຊຽນ ເພື່ອຮັບມືກັບສະພາບການທີ່ສັບສົນ ແລະໄວວາຢູ່ຕາເວັນອອກກາງ. ທ່ານ ເລຮວ່າຍຈຸງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຮວ່າຍຈຸງ ໄດ້ສະເໜີໃຫ້ອາຊຽນ ເສີມຂະຫຍາຍຖານະບົດບາດ ແລະຫຼັກໝັ້ນທີ່ເປັນເອກະພາບເມື່ອພົບປະກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພຂອງກໍາປັ່ນ ແລະພົນລະເມືອງອາຊຽນ ໃນພາກພື້ນ. ອາຊຽນ ຕ້ອງເພີ່ມທະວີການເປັນເຈົ້າຕົນເອງຍຸດທະສາດ, ຍູ້ແຮງການສົມທົບກັນລະຫວ່າງເສົາຄໍ້າ ແລະລະຫວ່າງຂະແໜງການ, ພ້ອມທັງຍົກສູງກໍາລັງຄວາມສາມາດຕອບໂຕ້, ຄາດຄະເນຕໍ່ສິ່ງທ້າທາຍທີ່ສັບສົນໃນອະນາຄົດ; ສະເໜີໃຫ້ຍູ້ໄວຄວາມຄືບໜ້າບັນດາໂຄງການເຊື່ອມຕໍ່ຈຸດສຸມ, ຄື: ຕາຂ່າຍໄຟຟ້າອາຊຽນ (APG), ທໍ່ສົ່ງອາຍແກັສຂ້າມອາຊຽນ (TAGP) ແລະພ້ອມແລ້ວທີ່ຈະເປີດໃຊ້ກົນໄກໜູນຊ່ວຍສຸກເສີນໃນຂອບເຂດສັນຍາແມ່ ວ່າດ້ວຍຄວາມໝັ້ນຄົງທາງດ້ານນ້ຳມັນເຊື້ອໄຟອາຊຽນ (APSA).
    |
 |
|
ທ່ານ ເລຮວ່າຍຈຸງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ທ່ານລັດຖະມົນຕີ ໄດ້ສະເໜີວິທີການເຂົ້າເຖິງລະຫວ່າງຂະແໜງການ, ຕິດພັນຢ່າງແໜ້ນແຟ້ນລະຫວ່າງຄວາມໝັ້ນຄົງດ້ານພະລັງງານ ແລະຄວາມໝັ້ນຄົງດ້ານສະບຽງອາຫານ, ພ້ອມທັງຄົ້ນຄວ້າຄວາມສາມາດເປີດກວ້າງຂອບເຂດຂອງສາງແຮໄວ້ເຂົ້າສຸກເສີນ ອາຊຽນ + 3 (APTERR) ໄປຍັງປະເພດສິນຄ້າທີ່ຈຳເປັນ ແລະວັດຖຸກະສິກໍາທີ່ສໍາຄັນປະເພດຕ່າງໆ, ພ້ອມທັງເພີ່ມທະວີການຮ່ວມມືກັບຄູ່ຮ່ວມມືອາຊຽນ ເພື່ອແນໃສ່ແກ້ໄຂຄວາມສ່ຽງດ້ານການສະໜອງ. ຄຽງຂ້າງນັ້ນ, ທ່ານລັດຖະມົນຕີ ກໍ່ສະເໜີໃຫ້ບັນດາປະເທດເພີ່ມທະວີການຮັບປະກັນສະຫວັດດີການສັງຄົມໃຫ້ກຸ່ມຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ.
ບັນດາປະເທດໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບຍຸດທະສາດການຮັບມືຮ່ວມກັນຂອງອາຊຽນ ຕໍ່ໜ້າສະພາບການທີ່ຜັນແປຢູ່ ຕາເວັນອອກກາງ ແລະວິກິດການອື່ນໆຢູ່ນອກພາກພື້ນ, ພ້ອມທັງໄດ້ເຫັນດີເປັນເອກະພາບການສ້າງຖະແຫຼງການຂອງການນຳອາຊຽນກ່ຽວກັບປະຕິກິລິຍາເປັນເອກະພາບຕໍ່ວິກິດການ, ຄາດວ່າ ຈະຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຮັບຮອງເອົາໃນເດືອນພຶດສະພາ 2026.
ໂດຍ: ຈາງຫງວຽນ