ພິທີລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ພົ້ນ​ເດັ່ນ​ຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໄດ້​ຈັດ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັ​ນ​ທີ 15 ເມ​ສາ, ຢູ່ປັກ​ກິ່ງ, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຈີນ ສີ​ຈິ້ນ​ຜິງ ແລະທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຫວຽດ​ນາມ ໂຕ​ເລິມ.

leftcenterrightdel
ພິທີລົງນາມໃນເອກະສານຮ່ວມມື. ພາບ:​ qdnd.vn

ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລວມ​ມີ: ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າດ້ວຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ຮ່າ​ໂນ້ຍ ແລະ ນະ​ຄອນ ປັກ​ກິ່ງ ໄລ​ຍະ 2026 - 2030; ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ, ຄຸ້ມ​ຄອງ ແລະການເຄື່ອນ​ໄຫວ​ໂທ​ລະ​ສັບ​ສາຍດ່ວນ​ຂັ້ນ​ລັດ​ຖະ​ມົນ​ຕີ​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ 2 ປະ​ເທດ; ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ ຈີນ ໄລ​ຍະ 2026 – 2030; ບົດບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ: ການ​ສຶກ​ສາ​ວິຊາ​ຊີບ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ, ການ​ຫັນ​ເປັນ​ດີ​ຈີ​ຕອນ…

ໂດຍ: ກວຽດເຕິມ