ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ​ລາວ  ແລະການ​ນຳຫຼັກ​ແຫຼ່ງ​ຂອງລາວ, ທ່ານ ​ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສສ ຫວຽດ​ນາມ ແລະການ​ນຳຫຼັກ​ແຫຼ່ງ​ຫວຽດ​ນາມ ຢັ້ງ​ຢືນວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ລາວ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດຫຼັກ​ແຫຼ່ງ,​ ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ກາ​ນ​ສຶກ​ສາ - ບຳ​ລຸງ​ສ້າງ ແລະການພົບປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ເພີ່ມ​ພູນ​ຄູນ​ສ້າງ, ປົກ​ປັກ​ຮັກ​ສາ ແລະເສີມ​ຂະ​ຫຍາຍ​ການ​ພົວ​ພັນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໃສ​ແຈ້ງ, ຫາ​ຍາກ​ລະ​ຫວ່າງ​ສອງ​ຊາດ​ຢ່າງ​ຕໍ່​ເນື່ອງ.

leftcenterrightdel
ພາບ​ປະ​ກອບ: ສຳນັກຂ່າວສານຫວຽດນາມ

ໃນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ ​ພະ​ມະຫາກະສັດ ກຳ​ປູ​ເຈຍ Norodom Sihamoni, ທ່ານ Hun Sen ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແລະ ການ​ນຳຫຼັກ​ແຫຼ່ງ​ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ, ພິ​ເສດ​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຢູ່ ​ກຳ​ປູ​ເຈຍ ​ຂອງ​ທ່ານ​ ໂຕ​ເລິມ ຈະ​ໄດ້​​ຮັບ​ການ​ຜັນ​ຂະ​ຫຍາຍຈາກ​ສອງ​ຝ່າຍ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາວ​ນານ​ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ​ເລິກ​ເຊິ່ງ​ກ່​ວາ​ອີກ.

ໂດຍ: ກວຽດເຕິມ