ນາຍົກລັດຖະມົນຕີ ສະໂລວາກີ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ກປ.ອອນໄລ - ຕອນຄໍ່າຄືນວັນທີ 13 ເມສາ, ຮຸ່ງເຊົ້າວັນທີ 14 ເມສາ, ທ່ານ Robert Fico ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະໂລວາກີ ໄດ້ອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 12-14 ເມສາ, ຕາມຄຳເຊີນຂອງທ່ານ ເລມິງຮືງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
ທີ່ການຕ້ອນຮັບ, ການພົບປະສອງຝ່າຍ, ການນຳຫວຽດນາມ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຊົມເຊີຍ ແລະຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Robert Fico; ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳຕ່າງປະເທດ ພາຍຫຼັງສະພາແຫ່ງຊາດຫວຽດນາມ ດໍາເນີນການເລືອກຕັ້ງການນຳຂັ້ນສູງຂອງລັດ, ລັດຖະບານ ແລະສະພາແຫ່ງຊາດ. ການຢ້ຽມຢາມສະແດງອອກໃຫ້ເຫັນອາລົມຈິດຢ່າງຈິງໃຈ ແລະການຖືເປັນສໍາຄັນເຊິ່ງລັດຖະບານ ແລະປະຊາຊົນສະໂລວາກີ ສະຫງວນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ; ເປັນຂີດໝາຍພິເສດ, ນຳການພົວພັນລະຫວ່າງ ຫວຽດນາມ-ສະໂລວາກີ ເຂົ້າສູ່ໄລຍະພັດທະນາໃໝ່, ໝັ້ນຄົງ ແລະແທດຈິງກວ່າ.
ການນຳຫວຽດນາມ ສະແດງຄວາມເພິ່ງພໍໃຈເມື່ອສອງປະເທດໄດ້ຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ.
    |
 |
|
ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ກ່າວຄໍາເຫັນທີ່ການພົບປະສື່ມວນຊົນສອງປະເທດ, ຕອນເຊົ້າວັນທີ 13 ເມສາ. ພາບ: VGP |
ສະແດງຄວາມປິຕິຊົມຊື່ນ ແລະສະເທືອນໃຈເມື່ອກັບມາຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ Robert Fico ແບ່ງປັນວ່າ ສ່ວນຕົວທ່ານ ມີອາລົມຈິດພິເສດຕໍ່ປະເທດ ແລະຊາວຫວຽດນາມ, ຍາມໃດກໍ່ເຄົາລົບຊົນຊາດຫວຽດນາມ ວິລະຊົນໃນການຕໍ່ສູ້ປົດປ່ອຍຊາດ ແລະຫວຽດນາມ ຂະຫຍັນຂັນເຄື່ອນທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນ, ເປັນຕົ້ນແມ່ນນະໂຍບາຍພົວພັນຕ່າງປະເທດທີ່ຖືກຕ້ອງຂອງຫວຽດນາມ ໃນສະພາບການໂລກມີການຜັນແປຢ່າງສັບສົນໃນປະຈຸບັນ.
ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໂດຍໄວ, ພິເສດແມ່ນໃນບັນດາຂົງເຂດມີລັກສະນະບຸກທະລຸ, ຄື: ເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຢີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອຸດສາຫະກໍາ, ພະລັງງານທົດແທນ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ ແລະປັນຍາປະດິດ (AI).
ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ເຄົາລົບກົດບັດສະຫະປະຊາຊາດ ແລະຫຼັກການພື້ນຖານຂອງການພົວພັນສາກົນ; ຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານການເຈລະຈາ, ການຮ່ວມມື ແລະເຄົາລົບເຊິ່ງກັນ ແລະກັນ; ຜ່ານນັ້ນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ການພັດທະນາແບບຍືນຍົງ ແລະຄວາມວັດທະນາຖາວອນຂອງບັນດາປະເທດ.
ໂດຍ: ເຈິ່ນຮວ່ຽນ