ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນແທງເໝິນ ໄດ້ນຳສະເໜີຈຸດພົ້ນເດັ່ນກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງຫວຽດນາມ ພາຍຫຼັງ 4 ທົດສະວັດແຫ່ງການປ່ຽນແປງໃໝ່, ເປີດປະຕູ ແລະການເຊື່ອມໂຍງ. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ຫວຽດນາມ ກຳລັງຜັນຂະຫຍາຍສາມບາດກ້າວບຸກທະລຸຍຸດທະສາດ, ຄື: ການພັດທະນາພື້ນຖານໂຄງລ່າງຍຸດທະສາດ; ປັບປຸງລະບຽບການ, ສ້າງສະພາບແວດລ້ອມການລົງທຶນທີ່ໂປ່ງໃສ, ສະດວກ; ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນະວັດຕະກຳ, ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ການຫັນປ່ຽນດີຈີຕອນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະເສດຖະກິດພູມປັນຍາ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: ຟາມທັງ

ບົນຈິດໃຈນັ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີສອງຝ່າຍຫັນຈິດໃຈຮ່ວມມືໃຫ້ເປັນໝາກຜົນທີ່ລະອຽດ, ໂດຍສຸມໃສ່ບັນດາການກໍານົດທິດຮ່ວມມືທີ່ເປັນບຸລິມະສິດເຊັ່ນ: ສືບຕໍ່ປັບປຸງຂອບນິຕິກໍາ, ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການເຄື່ອນໄຫວການຄ້າ ແລະການລົງທຶນລະຫວ່າງສອງປະເທດ, ພິເສດແມ່ນໃນສະພາບການທີ່ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ທ່ານ ເຈິ່ນແທງເໝິນ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ຮ່ວມເດີນທາງກັບລັດຖະບານ ແລະປະຊາຄົມວິສາຫະກິດໃນການສ້າງ ແລະປັບປຸງລະບຽບການ, ສ້າງສະພາບແວດລ້ອມການລົງທຶນ ແລະດໍາເນີນທຸລະກິດທີ່ສະດວກ, ໂປ່ງໃສ ແລະແກ່ງແຍ້ງ, ຜ່ານນັ້ນປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ອີຕາລີ ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງ.

ໂດຍ: ຈາງຫງວຽນ