ທີ່ການພົບປະ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ເຖິງວ່າຈະມີໄລຍະທາງພູມສາດ, ແຕ່ຫວຽດນາມ ແລະ ອີຕາລີ ແບ່ງປັນຈຸດຄ້າຍຄືກັນຫຼາຍຢ່າງກ່ຽວກັບວັດທະນະທຳ ແລະປະຫວັດສາດຂອງການຕໍ່ສູ້ຍາດເອົາເອກະລາດຢ່າງເລິກເຊິ່ງ. ນີ້ແມ່ນພື້ນຖານເພື່ອແນໃສ່ເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດກວ່າອີກ ແລະມຸ່ງໄປເຖິງການຍົກລະດັບການພົວພັນໃນໄລຍະຈະມາເຖິງ. ເພື່ອຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງ, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ສອງປະເທດເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດຢ່າງແຂງແຮງ, ເພີ່ມທະວີການຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ. ພິເສດ, ຕ້ອງສຸມໃສ່ການເປີດກວ້າງການຮ່ວມມືໄປສູ່ຂົງເຂດທີ່ອີຕາລີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ເຊັ່ນ: ວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ (AI), ນະວັດຕະກຳແລະການບໍາລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...

leftcenterrightdel
ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ແລະທ່ານ Sergio Mattarella ປະທານາທິບໍດີອີຕາລີ. ພາບ: qdnd.vn

ທ່ານ Sergio Mattarella ປະທານາທິບໍດີ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້, ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳທີ່ຕົ້ນຕໍຂອງຫວຽດນາມ ໄປຍັງອີຕາລີ ຫຼັງຈາກການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະການສໍາເລັດກົງຈັກລັດ. ທ່ານປະທານາທິບໍດີອີຕາລີ ສະແດງຄວາມໄວ້ເນື້ອເຊື່ອໃຈ ວ່າການຢ້ຽມຢາມຄັ້ງນີ້ຈະສ້າງກໍາລັງໜູນໃໝ່ເພື່ອເຊື່ອມຕໍ່ສອງປະເທດ, ທ່ານໄດ້ສະເໜີໃຫ້ຍູ້ແຮງວົງເງິນການຄ້າສອງສົ້ນ - ຂົງເຂດທີ່ໄດ້ຮັບການຖືວ່າເປັນເສົາຄ້ຳ ແລະມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພົວພັນສອງຝ່າຍ.

* ໃນຕອນບ່າຍວັນທີ 14 ເມສາ, ຕາມເວລາທ້ອງຖິ່ນ, ທີ່ນະຄອນໂລມ, ໃນຂອບເຂດການຢ້ຽມຢາມອີຕາລີຢ່າງເປັນທາງການ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ໄດ້ພົບປະກັບທ່ານນາງ Licia Ronzulli ຮອງປະທານສະພາສູງອີຕາລີ.

ເພື່ອແນໃສ່ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າເກົ່າ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ສອງຝ່າຍຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ສົມທົບກັນຜັນຂະຫຍາຍໝາກຜົນຂອງການຢ້ຽມຢາມ, ຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ຊຸກຍູ້ການຍົກລະດັບການພົວພັນຫວຽດນາມ-ອີຕາລີ ເຂົ້າສູ່ລະດັບສູງໃໝ່; ສືບຕໍ່ຜັນຂະຫຍາຍກົນໄກການຮ່ວມມືທີ່ມີຢູ່ແລ້ວກ່ຽວກັບການທູດ, ການປ້ອງກັນຊາດ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີຢ່າງຕັ້ງໜ້າ ແລະມີປະສິດທິຜົນ; ບັນດາຄະນະກຳມະການສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ແບ່ງປັນປະສົບການໃນການເຄື່ອນໄຫວລັດຖະສະພາ, ພິເສດແມ່ນໃນດ້ານນິຕິບັນຍັດ, ການຕິດຕາມກວດກາ.

ທ່ານນາງ Licia Ronzulli ຮອງປະທານສະພາສູງ ໄດ້ເນັ້ນໜັກເຖິງການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ອີຕາລີ ແລະຢືນຢັນວ່າຫວຽດນາມ ແມ່ນຮູບແບບຂອງການພັດທະນາຢ່າງຂະຫຍັນຂັນເຂື່ອນ ແລະເປັນຄູ່ຮ່ວມມືທີ່ສໍາຄັນ, ບຸລິມະສິດຂອງອີຕາລີ ໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານນາງຮອງປະທານສະພາສູງ ເຫັນດີເປັນເອກະພາບສູງກັບບັນດາການກໍານົດທິດການຮ່ວມມືຂອງທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ; ຢືນຢັນວ່າ ອີຕາລີ ຈະຊຸກຍູ້ການຜັນຂະຫຍາຍ EVFTA ຢ່າງມີປະສິດທິຜົນ ແລະສະໜັບສະໜູນຂະບວນການໃຫ້ສັດຕະຍາບັນ EVIPA, ກໍ່ຄືຄວາມມານະພະຍາຍາມຂອງຫວຽດນາມ ໃນການຍົກເລີກ "ບັດເຫຼືອງ" ຂອງ IUU, ຖືວ່າ ນີ້ເປັນບາດກ້າວທີ່ສຳຄັນເພື່ອອຳນວຍຄວາມສະດວກໃຫ້ແກ່ກອງທຶນລົງທຶນ ແລະການຄ້າ...

ແລກປ່ຽນກ່ຽວກັບການຮ່ວມມືສາກົນ ແລະພາກພື້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບການພົບປະ, ການທາບທາມ, ການຮ່ວມມື, ແລະການສະໜັບສະໜູນເຊິ່ງກັນ ແລະກັນ ໃນເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ, ໃນຂອບເຂດ ອາຊຽນ-ອີຢູ, ເວທີປາໄສລະຫວ່າງລັດຖະສະພາ, ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຈົ້າໃນສັນຕິພາບ, ສະຖຽນລະພາບ ແລະຈະເລີນຮຸ່ງເຮືອງທົ່ວໂລກ...

*ເນື່ອງໃນໂອກາດການຢ້ຽມຢາມອີຕາລີ ຢ່າງເປັນທາງການຂອງທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ, ຕອນບ່າຍວັນທີ 14 ເມສາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນໂລມ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີປະກາດການເປີດນໍາໃຊ້ຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳອີຕາລີ. ທ່ານພົນໂທ ຫງວຽນວັນຮ່ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ໄດ້ເປັນປະທານໃນພິທີດັ່ງກ່າວ.

leftcenterrightdel
ທ່ານພົນໂທ ຫງວຽນວັນຮ່ຽນ ພ້ອມດ້ວຍພະນັກງານຂອງຫ້ອງການທູດປ້ອງກັນຊາດ ຫວຽດນາມ ປະຈຳອີຕາລີ ແລະຄະນະຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນວັນຮ່ຽນ ໄດ້ປະກາດການເປີດນໍາໃຊ້ຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳອີຕາລີ ຢ່າງສະຫງ່າຜ່າເຜີຍ.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນວັນຮ່ຽນ ໄດ້ເນັ້ນໜັກວ່າ ຫ້ອງການທູດປ້ອງກັນຊາດຫວຽດນາມ ປະຈຳອີຕາລີ ຈະຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດຫວຽດນາມ ແລະເປັນສະມາຊິກຂອງສະຖານທູດ ສສ ຫວຽດນາມ ປະຈຳອີຕາລີ, ປະຕິບັດໜ້າທີ່ໃຫ້ເປັນເສນາທິການ ແລະດຳເນີນບັນດາການເຄື່ອນໄຫວການທູດດ້ານປ້ອງກັນຊາດເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ ສາຍພົວພັນມິດຕະພາບ, ການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດ, ກໍ່ຄືບັນດາໜ້າທີ່ການທູດອື່ນໆ, ປະກອບສ່ວນເຂົ້າໃນການພັດທະນາ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ອີຕາລີ.

ໂດຍ: ຈາງຫງວຽນ