People's Daily ເນັ້ນໜັກວ່າ ທ່ານ ໂຕເລິມ ຖະແຫຼງຈະຢ້ຽມຢາມ ສປ ຈີນ ພາຍຫຼັງ 2 ວັນ ເມື່ອໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດຫວຽດນາມ. ກ່ອນໜ້ານັ້ນ, ເດືອນສິງຫາ 2024, ພາຍຫຼັງຮັບດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ໂຕເລິມ ກໍເລືອກ ຈີນ ເປັນປະເທດທໍາອິດໃນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຂອງຕົນ. ສອງການຢ້ຽມຢາມທາງລັດຖະກິດທໍາອິດຂອງທ່ານ ໂຕເລິມ ພາຍຫຼັງຮັບຕໍາແໜ່ງລ້ວນແຕ່ແມ່ນ ຈີນ ເຊິ່ງສິ່ງນີ້ສະແດງໃຫ້ເຫັນລັກສະນະຍຸດທະສາດ ແລະຄວາມສໍາຄັນສູງຂອງການພົວພັນ ຈີນ-ຫວຽດນາມ.

ກ່ຽວກັບການພົວພັນສອງປະເທດ, ເດືອນເມສາ 2025, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ມີການຢ້ຽມຢາມທາງລັດຖະກິດ ເຖິງຫວຽດນາມ ດ້ວຍຜົນສໍາເລັດຢ່າງຈົບງາມ. ປີນີ້, ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ (ກອງປະຊຸມໃຫຍ່ ຄັ້ງທີ XIV), ທ່ານ ສີຈິ້ນຜິງ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ເລຂາທິການໃຫຍ່ ໂຕເລິມ ກ່ຽວກັບແຜນການໃຫ້ແກ່ພາລະກິດສັງຄົມນິຍົມ ແລະການພັດທະນາການພົວພັນສອງປະເທດໃນສັງກາດໃໝ່. ສອງຝ່າຍຮັກສາການປະສານງານຍຸດທະສາດຂັ້ນສູງ ແລະຊຸກຍູ້ການຮ່ວມມືຮອບດ້ານທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບອັນເລິກເຊິ່ງ “ສະຫາຍ, ອ້າຍນ້ອງ” ຢ່າງຄົບຖ້ວນ.

leftcenterrightdel
ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍພັນລະຍາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດ ສປ ຈີນ ແຕ່ວັນທີ 14-17 ເມສາ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມ People's Daily, ປີນີ້ແມ່ນການເລີ່ມຕົ້ນຂອງ “ແຜນການ 5 ປີຄັ້ງທີ 15” ຂອງ ຈີນ ແລະເປັນການເລີ່ມຕົ້ນຂອງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ XIV ຂອງຫວຽດນາມ. ໃນຊ່ວງເວລາປະຫວັດສາດທີ່ສຳຄັນນີ້, ການປະສານສົມທົບຢ່າງມີິປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດ ໄດ້ຍົກລະດັບຮອບດ້ານການຮ່ວມມືລະຫວ່າງສອງຝ່າຍ, ປະກອບສ່ວນກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ມີຄຸນນະພາບສູງກວ່າ ແລະທ່າພັດທະນາທີ່ແຂງແຮງກວ່າ.

ນອກຈາກນີ້, ໃນມໍ່ໆມານີ້, ກອງປະຊຸມຂັ້ນລັດຖະມົນຕີທໍາອິດຂອງກົນໄກເຈລະຈາຍຸດທະສາດ “3+3” ລະຫວ່າງຈີນ ແລະຫວຽດນາມ ກ່ຽວກັບການທູດ, ການປ້ອງກັນຊາດ ແລະຕໍາຫຼວດ ໄດ້ຈັດຕັ້ງປະສົບຜົນສໍາເລັດ. ກົນໄກນີ້ໂດຍການນໍາຂັ້ນສູງຂອງສອງພັກ ແລະສອງປະເທດ ໄດ້ຕັດສິນໃຈຮ່ວມກັນ, ແມ່ນພື້ນຖານເພື່ອແລກປ່ຽນຍຸດທະສາດສໍາຄັນ ຍ້ອນທັງສອງຝ່າຍ ລ້ວນແຕ່ນໍາໜ້າໃນຂອບເຂດທົ່ວໂລກ. ໃນຂອບເຂດກອງປະຊຸມ, ລັດຖະມົນຕີການຕ່າງປະເທດຂອງສອງປະເທດ ໄດ້ດໍາເນີນການເຈລະຈາ; ກະຊວງຕໍາຫຼວດສອງປະເທດ ໄດ້ຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ ຄັ້ງທີ 9 ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກໍາ. ພາຍຫຼັງກອງປະຊຸມ, ກອງທັບສອງປະເທດ ໄດ້ຈັດຕັ້ງການເຄືື່ອນໄຫວພົບປະແລກປ່ຽນມິດຕະ ພາບປ້ອງກັນຊາດເຂດຊາຍແດນ ຄັ້ງທີ 10... ບັນດາການເຄື່ອນໄຫວເຫຼົ່ານີ້ ໄດ້ສົ່ງສັນຍານຢ່າງຈະແຈ້ງ ເຖິງໂລກພາຍນອກວ່າ ຈີນ ແລະຫວຽດນາມ ພວມຮ່ວມກັນປົກປ້ອງຄວາມໝັ້ນຄົງຂອງລະບົບການເມືອງຂອງແຕ່ລະປະເທດ ແລະພ້ອມກັນຊຸກຍູ້ການພັດທະນາ, ຟື້ນຟູປະເທດ ຄືນໃໝ່.

ພ້ອມດຽວກັນນັ້ນ, ໄລຍະຕົ້ນຂອງໂຄງການທາງລົດໄຟຂອບມາດຕະຖານ ລາວກາວ-ຮ່າໂນ້ຍ-ຫາຍຟ່ອງ ໄດ້ຮັບການລົງມືກໍ່ສ້າງ ແນໃສ່ປະກອບສ່ວນທໍາລາຍອຸປະສັກທາງດ້ານພູມສາດຕື່ມອີກ, ເພີ່ມທະວີກໍາລັງຄວາມສາມາດຂົນສົ່ງຂ້າມຊາຍແດນ, ຫຼຸດຜ່ອຍຄ່າໃຊ້ຈ່າຍໂລຈິດສະຕິດ ແລະສົ່ງເສີມການໄຫຼວຽນຂອງເສດຖະກິດ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, People's Daily ຖືວ່າ ປີນີ້ເປັນຂີດໝາຍ ຄົບຮອບ 5 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຈີນ ແລະອາຊຽນ. ໃນປີນີ້ ແລະປີໜ້າ, ສອງປະເທດ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ແລະຫວຽດນາມ ຈະດໍາລົງຕໍາແໜ່ງເປັນປະທານຮ່ວມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ສອງຝ່າຍຈະເພີ່ມທະວີການປະສານສົມທົບ ແລະການຮ່ວມມືໃນຂອບເຂດກົນໄກຫຼາຍຝ່າຍ, ພ້ອມກັນຊຸກຍູ້ກໍ່ສ້າງປະຊາຄົມອາຊີ-ປາຊີຟິກ.

ບົດຂຽນ ໄດ້ຢັ້ງຢືນວ່າ ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ຈະກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.

ໂດຍ: ໄຊຊະນະ