leftcenterrightdel
 
leftcenterrightdel
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ກວດແຖວກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນ. ພາບ: qdnd.vn

ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາອັນດີງາມຂອງສາຍພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນການແລກປ່ຽນຍຸດທະສາດຂັ້ນສູງໄດ້ດຳເນີນໄປຢ່າງສະໜິດແໜ້ນ; ບັນດາກົນໄກຮ່ວມມືນັບມື້ນັບຮອບດ້ານ, ອຸດົມສົມບູນ, ໄວ້ເນື້ອເຊື່ອໃຈ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຫັນປ່ຽນຈາກການແລກປ່ຽນໄປສູ່ການຮ່ວມມືແທດຈິງກວ່າເກົ່າ; ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມຕໍ່ຄົມມະນາຄົມມີບາດກ້າວບຸກທະລຸໃໝ່; ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນລະຫວ່າງປະຊາຊົນມີຄວາມຟົດຟື້ນ; ການສົມທົບໃນເວທີຫຼາຍຝ່າຍນັບມື້ນັບແໜ້ນແຟ້ນ.

leftcenterrightdel
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: qdnd.vn

ກ່ຽວກັບທິດທາງພັດທະນາການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຈະມາເຖິງ, ການນຳສອງທ່ານຢືນຢັນວ່າ ຈະສືບຕໍ່ຊີ້ນຳທຸກຂັ້ນ, ທຸກຂະແໜງການໃກ້ຊິດຕິດແທດກັບເປົ້າໝາຍສັງລວມ “6 ກວ່າ”, ຮັກສາການພົບປະແລກປ່ຽນຂັ້ນສູງຢ່າງເປັນປະຈໍາ, ເສີມຂະຫຍາຍບົດບາດກຳນົດທິດທີ່ສຳຄັນຂອງຊ່ອງທາງພັກ, ເພີ່ມທະວີການຮ່ວມມືແທດຈິງໃນບັນດາຂົງເຂດ, ປັບປຸງພື້ນຖານສັງຄົມໃຫ້ສາຍພົວພັນສອງຝ່າຍ, ສົມທົບຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ, ຄວບຄຸມ ແລະແກ້ໄຂສິ່ງຄົງຂ້າງ ແລະຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ.

leftcenterrightdel
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຜູ້ແທນຝ່າຍຫວຽດນາມ ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ທ່ານ ໂຕເລິມ  ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຍັງສະເໜີສອງຝ່າຍກໍານົດລະດັບສູງໃໝ່ໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະການທ່ອງທ່ຽວ, ຫັນເປົ້າໝາຍພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ, ສຸມໃສ່ແຫຼ່ງຊັບພະຍາກອນມະນຸດ ເພື່ອຍົກລະດັບການເຊື່ອມຕໍ່ໂຄງລ່າງຍຸດທະສາດ, ໃຫ້ບຸລິມະສິດສູງສຸດແກ່ການຮ່ວມມືທາງລົດໄຟ; ຫັນປ່ຽນຢ່າງແຂງແຮງຈາກການຄ້າແບບທຳມະດາໄປສູ່ການຮ່ວມສໍາພັນເສດຖະກິດຢ່າງແທດຈິງ, ຕິດພັນການຄ້າສອງຝ່າຍກັບການເຊື່ອມຕໍ່ໂຄງລ່າງ, ໂລຈິດສະຕິກ ແລະ ການເຊື່ອມຕໍ່ຕະຫຼາດ, ສະເໜີໃຫ້ຝ່າຍຈີນ ເປີດປະຕູແກ່ສິນຄ້າຂອງຫວຽດນາມ ຢ່າງສຸດຂີດ, ມານະພະຍາຍາມຊຸກຍູ້ການຄ້າຕາມທິດດຸນດ່ຽງ ແລະປອດໃສ; ຍູ້ແຮງການລົງທຶນ, ຖ່າຍທອດເຕັກໂນໂລຊີ, ພັດທະນາອຸດສາຫະກຳສໍາຮອງ, ສ້າງຕ່ອງໂສ້ການສະໜອງ ແລະຕ່ອງໂສ້ການຜະລິດທີ່ສົມບູນຢູ່ຫວຽດນາມ; ສົມທົບກັນສ້າງກົນໄກຮ່ວມມືເພື່ອຮັບປະກັນການສະໜອງພະລັງງານຍຸດທະສາດ; ຍູ້ແຮງການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືທ້ອງຖິ່ນ; ສະໜອງທຶນການສຶກສາໃຫ້ຫຼາຍກວ່າອີກແກ່ນັກສຶກສາຫວຽດນາມ, ຊຸກຍູ້ການຮ່ວມມືລະຫວ່າງມະຫາວິທະຍາໄລແຖວໜ້າຂອງສອງປະເທດ.

leftcenterrightdel
ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ພ້ອມດ້ວຍບັນດາຜູ້ແທນຝ່າຍຈີນ ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ການນຳຂັ້ນສູງຂອງສອງຝ່າຍ ເຫັນດີສືບຕໍ່ແກ້ໄຂຄຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຊຸກຍູ້ການຮ່ວມມືໃຫ້ສອດຄ່ອງກັບລະດັບໃໝ່ຂອງສາຍພົວພັນຫວຽດນາມ-ຈີນ ບົນພື້ນຖານກົດໝາຍສາກົນ; ປະຕິບັດຕາມຄວາມເຫັນດີເຫັນພ້ອມລະຫວ່າງອາຊຽນ ກັບຈີນ ໃນການປະຕິບັດ DOC ຢ່າງເຂັ້ມງວດ ແລະຊຸກຍູ້ໃຫ້ບັນລຸ COC ໂດຍໄວຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ສອງຝ່າຍເຄົາລົບສິດ ແລະຜົນປະໂຫຍດອັນຊອບທຳຂອງກັນຢ່າງແທ້ຈິງ; ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982.

ພາຍຫຼັງການພົບປະສອງຝ່າຍ, ການນໍາສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງການຮ່ວມມືໃນຂົງເຂດຮ່ວມມື ຄື: ຊ່ອງທາງພັກ, ຕໍາຫຼວດ, ຕຸລາການ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ຕ່ອງໂສ້ການຜະລິດ, ຕ່ອງໂສ້ການສະໜອງ, ຊີວິດການເປັນຢູ່ຂອງປະຊາຊົນ, ສື່ມວນຊົນ ແລະທ້ອງຖິ່ນ, ສະແດງໃຫ້ເຫັນໝາກຜົນຮອບດ້ານທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.

ໂດຍ: ທູຈາງ