ຫວຽດນາມ ແລະ FAO ເພີ່ມທະວີການເປີດກວ້າງການຮ່ວມມືໃນຂົງເຂດກະສິກຳແບບຍືນຍົງ
ທ່ານ Qu Dongyu ຜູ້ອຳນວຍການອົງການອາຫານ ແລະ ການກະເສດ ສປຊ (FAO) ຢັ້ງຢືນ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ພ້ອມແລ້ວທີ່ຈະສືບຕໍ່ຫັນປ່ຽນລະບົບທັນຍາຫານ, ອາຫານແບບຍືນຍົງ, ກະສິກຳສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຕອນເຊົ້າວັນທີ 14 ເມສາ ຕາມເວລາທ້ອງຖິ່ນ, ຢູ່ ໂຣມ, ປະເທດອີຕາລີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Qu Dongyu ຜູ້ອຳນວຍການອົງການອາຫານ ແລະ ການກະເສດ ສປຊ (FAO) ເນື່ອງໃນໂອກາດໄປຢ້ຽມຢາມ ອີຕາລີ ຢ່າງເປັນທາງການ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ມອບປຶ້ມ 80 ປີແຫ່ງວັນສະພາແຫ່ງຊາດຫວຽດນາມ ໃຫ້ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ອົງການ FAO. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຊຸກຍູ້ຮູບແບບກະສິກຳແບບຍືນຍົງ, ຫັນປ່ຽນລະບົບທັນຍະຫານ, ອາຫານ… ແລະ ສະເໜີ FAO ປະສານສົມທົບ, ໜູນຊ່ວຍຄວາມມານະພະຍາຍາມຂອງຫວຽດນາມ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ສະເໜີ FAO ໜູນຊ່ວຍຫວຽດນາມ ໃນວິວັດການສ້າງຂະແໜງກະສິກຳຄືນໃໝ່ຕາມທິດຍົກສູງມູນຄ່າເພີ່ມ ແລະພັດທະນາສີຂຽວ, ຍືນຍົງ, ອັດສະລິຍະ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນລະບົບອາຫານການກິນ, ຄວບຄຸມໂລກລະບາດພິເສດຈາກສັດຕິດສູ່ຄົນ, ແລະຍູ້ແຮງການຫັນກະສິກຳເປັນດີຈີຕອນ. ສ່ວນທ່ານ Qu Dongyu ຢັ້ງຢືນ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະພ້ອມແລ້ວທີ່ຈະສືບຕໍ່ຫັນປ່ຽນລະບົບທັນຍາຫານ, ອາຫານແບບຍືນຍົງ, ກະສິກຳສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານ Chiara Gribaudo ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອີຕາລີ - ຫວຽດນາມ.
ໂດຍ: ວິທະຍຸກະຈາຍສຽງ